|
 |
(GMT+08:00)
2004-06-18 09:51:00
|
 |
ທ່ານຫູຈິນທ່າວພົບປະທ່ານປູຕິນ
cri
CRIລາຍງານວ່າ:ວັນທີ17ມິຖຸນາ,ທ່ານຫູຈິນທ່າວ ປະທານປະເທດຈີນທ່ີໄປເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ທີ່ຕັສເກນໄດ້ພົບປະທ່ານປູຕິນ ປະທານາທິບໍດີລັດເຊຍ.
ທ່ານຫູຈິນທ່າວເວົ້າວ່າ,ການພົວພັນຈີນລັດເຊຍແມ່ນໜຶ່ງໃນບັນດາການພົວພັນອັນສຳຄັນທີ່ສຸດລະຫວ່າງຈີນກັບປະເທດໃຫຍ່ຕ່າງໆ.ປະຈຸບັນນີ້,ສະຖານະການສາກົນສັບສົນແລະປ່ຽນແປງເລື່ອຍໆ,ຈີນລັດເຊຍມີຄວາມຈຳເປັນເພີ່ມທະວີການພົວພັນໝູ່ຄູ່ປະສານງານຍຸດທະສາດ.ທ່ານຫູຈິນທ່າວວາງຂໍ້ສະເໜີສາມຂໍ້ກ່ຽວກັບການເພີ່ມທະວີການຮ່ວມມືເສດຖະ ກິດການຄ້າລະຫວ່າງສອງປະເທດແລະສ້າງພື້ນຖານວັດຖຸໃຫ້ການພົວພັນຈີນລັດເຊຍໃຫ້ໜາແໜ້ນ,ເຊິ່ງກໍຄື ເພີ່ມທະວີການຮ່ວມມືໃນໂຄງການອັນສຳຄັນ;ເພີ່ມທະວີການລົງທຶນແກ່ກັນ,ແລະການຮ່ວມມືລະຫວ່າງທ້ອງຖ່ິນ;ເຮັດໃຫ້ລະບຽບການຄ້າເປັນແບບສະບັບ,ແກ້ໄຂບັນຫາຢ່າງທັນການແລະເໝາະສົມ.
ທ່ານປູຕິນເວົ້າວ່າ,ປະຈຸບັນນີ້ການພົວພັນລັດເຊຍຈີນພວມຢູ່ໃນໄລຍະດີທີ່ສຸດ,ຝ່າຍລັດເຊຍຮູ້ສຶກເພິ່ງພໍໃຈຕໍ່ລະດັບສູງແຫ່ງການພົວພັນລັດເຊຍຈີນ.ຝ່າຍລັດເຊຍຈະພ້ອມກັນກັບຝ່າຍຈີນສືບຕໍ່ລົງເລິກການພົວພັນໝູ່ຄູ່ປະສານງານຍຸດທະສາດລະຫວ່າງສອງປະເທດ. ທ່ານປູຕິນກ່າວວ່າ,ຝ່າຍລັດເຊຍພວມຕັ້ງໜ້າກະກຽມການພົບປະລະຫວ່າງປະມຸກລັດສອງປະເທດທີ່ປັກກິິ່ງໃນເດືອນຕຸລາປີນີ້.
ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການຕາເວັນອອກກາງແລະບັນ ຫານິວເຄຼຍແຫຼມເກົາຫຼີເປັນຕົ້ນ.
|
|
|