ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-27 17:31:55    
ຢູ່​ອີຣັກ​ເກີດ​ເຫດການຫຼອນ​ໂຈມ​ຕີ​ແລະ​ລັກ​ພາ​ຕົວ​ປະກັນ​ອີກ

cri

CRI ລາຍ​ງານ​ວ່າ: ​ໃນ​ເວລາ​ຫ່າງ​ຈາກ​ການ​ມອບ​ຮັບ​ອຳນາດ​ການ​ປົກຄອງ​ອີຣັກພຽງ 4 ມື້, ສະຖານະ​ການ​ອີຣັກຍັງ​ຄົງ​ວຸ້ນວາຍ​ຢູ່​ຄື​ເກ່ົາ, ວັນ​ທີ 26 ມິຖຸນາ​ນີ້ ​ໄດ້​ເກີດເຫດການ​ຫຼອນ​ໂຈມ​ຕີ​ແລະ​ລັກ​ພາ​ຕົວ​ປະກັນ​ຄົນ​ຕ່າງ​ປະ​ເທດຫຼາຍ​ເທ່ືອ.

ວັນ​ທີ 27 ມິຖຸນາ ​ໂຄສົກ​ຜູ່​ໜ່ຶງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 26 ຢູ່​ເມືອງ​ຮິນ​ລາ​ທ່ີ​ຫ່າງ​ຈາກ​ນະຄອນຫຼວງ​ແບກ​ແດດ​ໄປ​ທາງ​ໃຕ້​ປະມານ 100 ກິ​ໂລ​ແມັດ ​ໄດ້​ເກີດ​ເຫດການ​ລະ​ເບີດ, ພາ​ໃຫ້​ມີ 40 ຄົນ​ຕາຍ, ອີກ 22 ຄົນ​ບາດ​ເຈັບ.

​ໃນ​ມື້​ດຽວ​ກັນ, ສຳນັກງານ​​ແນວ​ໂຮມ​ສາມັກຄີ​ຊົນ​ຊາດອີຣັກທ່ີ​ທ່ານ​ອາ​ລາ​ວີ ນາຍົກລັດ ຖະມົນຕີລັດຖະບານ​ຊ່ົວຄາວ​ອີຣັກສັງກັດ​ຢູ່​​ແລະ​ສຳນັກງານຄະນະ​ກຳມະການການ​ປະຕິ ວັດ​ອິສລາມສູງ​ສຸດອີຣັກ​ເຊ່ິງ​ແມ່ນພັກ​ຕົ້ນຕໍ​ຂອງ​ນິກາຍ​ຊີ​ອິດທ່ີ​ຕັ້ງຢູ່​ເມືອງ​ບາ​ກູບາ ທາງ​ພາກ​ກາງ​ພາກ​ເໜືອ​ອີຣັກຖືກ​ລູກ​ລະ​ເບີດຫຼອນ​ໂຈມ​ຕີ​ຢ່າງ​ເນ່ືອງນິດ, ພາ​ໃຫ້​ມີ 5 ຄົນ​ຕາຍ​ເປັນ​ຢ່າງ​ໜ້ອຍ, ຫຼາຍຄົນ​ບາດ​ເຈັບ.

ວັນ​ທີ 26 ມິຖຸນາ​ນີ້ ອົງການ​ຈີ​ຮາດ​ເອກະ​ພາບ​ທ່ີ​ນຳພາ​ໂດຍ​ທ່ານ​ຈາ​ຄາວີທ່ີ​ຖືກ​ເຫັນ​ວ່າ​ແມ່ນ​ຜູ່​ນຳ​ນ້ຳ​ເບີ້​ສາມ​ຂອງ​ອົງການ​ອານ​ເຄດາ​ໄດ້​ປະກາດ​ໂດຍ​ທາງ​ໂທລະພາບ​ອານ​ຈາ​ຊີ​ລາ​​ວ່າ, ພວກ​ເຂົາ​ເຈົ້າ​ໄດ້​ລັກ​ພາ​ຕົວ​ຄົນ​ຕວກກີ​ 3 ຄົນ, ທວງ​ໃຫ້​ບໍລິສັດ​ຕວກກີ​ຢູ່ອີຣັກ​ຖອນ​ອອກ​ຈາກ​ອີຣັກ, ຖ້າ​ບໍ່​ດ່ັງນັ້ນກໍຈະ​ຂ້າ​ຕົວ​ປະກັນ​​ຕາຍ.