ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-29 11:16:10    
ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​​ເລື່ອງ​ໄດ້​ມອບອຳນາດ​ໃຫ້​ອີຣັກ

cri
CRIລາຍ​ງານ​ວ່າ:ພາຍຫຼັງເຈົ້າໜ້າ​ທີ່​ກອງ​ທະຫານ​ປະສົມ​ປະຈຳ​ອີຣັກ​​ມອບ​ອຳນາດ​ໃຫ້​ລັດຖະບານ​ຊົ່ວຄາວ​ອີຣັກ​ໃນວັນ​ທີ28​ມິຖຸນາ​ແລ້ວ,ປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນຈຳ​ນວນ​ໜ່ຶ່ງທະ​ຍອຍ​ກັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​​ເລື່ອງ​ໄດ້ມອບ​ອຳນາດ​ໃຫ້​ອີຣັກ​ບັນລຸ​ເປັນ​ຈິງ,​ແລະ​ກ່າວ​ວ່າ​ຈະ​ສ້າງ​ການ​ພົວພັນ​ກັບ​ລັດຖະ​ບານ​ອີຣັກ.

ທ່ານ​ອານ​ນານ​ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ສະພາ​ຄວາມ​ໝັ້ນຄົງ​ຕ່າງ​ອອກ​ຖະ​ແຫຼງການ​ວ່າ,​ຊົມ​ເຊີຍ​ຕໍ່​​ເລື່ອງ​ໄດ້​ມອບ​ອຳນາດ​ໃຫ້​ອີຣັກ,​ແລະ​ກ່າວ​ວ່າ​ສະຫະ​ປະຊາ​ຊາດ​ຈະ​ຊ່ອຍ​ອີຣັກດຳ​ເນີນ​ການ​ສ້າງສາ​ຄືນ​ໃໝ່​ໃຕ້​ກໍລະນີ​ທີ່​ສະຖານະ​ການ​​ເອື້ອ​ອຳນວຍ.

ທ່ານ​ເຟ​ໂດ​ທົຟ ຮອງ​ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ເວົ້າວ່າ,ລັດ​ເຊຍ​ຍິນ​ດີ ຂະຫຍາຍ​ການ​ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ໃໝ່​ຂອງ​ອີຣັກ.

ທ່ານ​ໂຄ​ລົນ​ນາ ​ໂຄສົກ​ທຳນຽບປະທານາ​ທິບ​ໍດີ​ຝຣັ່ງ​ເວົ້າວ່າ,ການ​​ມອບ​ອຳນາດ​ໃຫ້​ອີຣັກ​ແມ່ນ​​ເລື່ອງ​ທີ່​ຄອງ​ຄອຍ​ແຕ່​ດົນ​ແລ້ວ​ແລະ​ສຳຄັນ​ທີ່​ສຸດ.

ທ່າ​ນຊະ​ໂລ​ເດີ ນາຍົກລັດຖະມົນຕີ​ເຢຍລະ​ມັນສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ອາ​ລາ​ວີ ນາຍົກ​ລັດຖະ​ມົນຕີ​ລັດຖະບານ​ຊົ່ວຄາວ​ອີຣັກ,ກ່າວ​ວ່າ​ລັດຖະບານ​​ເຢຍລະ​ມັນຈະ​​ໃຫ້​ການ​ຮ່ວມ​ມື​ທີ່​ໄວ້​ໃຈ​ໄດ້​​ແກ່ລັດຖະບານ​ອີຣັກ.

​ໂຄສົກ​ຂອງ​ອົງການ​ການ​ຕ່າງປະ​ເທດ​ສະຫະ​ພາບ​ເອີ​ລົບ​ກ່າວ​ວ່າ,ຫວັງ​ສ້າງ​ການ​ພົວພັນ​ກັບ​ລັດຖະບານ​ອີຣັກ​ຊຸດ​ໃໝ່​ໂດຍ​ໄວ.

ທ່ານ​ໂຮ​ໂຊດາ ຮີ​ໂລ​ຢູຄີ ​ເລຂາທິ​ການ​ຄະນະ​ລັດຖະ​ບານ​ຍີ່​ປຸ່ນກ່າ​ວວ່າ,ຈະ​ຮັບຮອງ​ລັດ​ຖະບານ​ຊົ່ວ​ຄາວ​ອີຣັກ​ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ວັນ​ທີ29ມິຖຸ​ນາ.

ນອກ​ນີ້,​ໃນ​ມື້​ດຽວ​ກັນ,ປະ​ເທດ​ຕ່າງໆ​ເຊັ່ນອີ​ຕາ​ລີ ​ໂປ​ໂລ​ຍ ອົສ​ຕຼາລີ ອິນ​​ໂດເນ​ເຊຍ​​ເປັນຕົ້ນພ້ອມ​ດ້ວຍ​ສັນນິ​ບາດ​ປະ​ເທດ​ອາ​ລາບ​ແລະ​ອົງການ​ຈັດຕັ້ງ​ສາກົນ​ກໍ​ໄດ້​ສະ​ແດງ​ຄວາ​ມຊົມ​ເຊີຍ​ຕໍ່​ການມອບ​ອຳນາດ​ໃຫ້​ອີຣັກ​.