ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-29 21:21:34    
ກອງ​ທະຫານອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ຖືກ​ລູກ​ລະ​ເບີດ​ຫຼອນ​ໂຈມ​ຕີ​ຢູ່​ຂ້າງ​ທາງຊາວ​ອີ​ຣັກ​ສ່ວນ​ຫຼວຍ​ວິຕົກ​ກັງວົນ​ນຳ​ສະພາບ​ຄວາມ​ປອດ​ໄພ

cri

ຕາມ​ຂ່າວCRI,ພາຍຫຼັງ​ເຈົ້າ​ໜ້າ​ທີ່​ກອງ​ທະຫານ​ປະສົມ​ປະຈ​ຳອີ​ຣັກ​ມອບ​ອຳນາດ​ອະທິປະ​ໄຕ​ໃຫ້​ລັດຖະບານ​ຊົ່ວຄາວຂອງ​ອີ​ຣັກ​ໃນ​ວັນ​ທີ28​ມິຖຸນາ​ແລ້ວ,ວັນ​ທີ29​ມິ​ຖຸນາ,ຂະ​ບວນ​ລົດ​ກອງ​ໜຶ່ງ​ຂອງ​ກອງ​ທະຫານ​ເຮືອ​ສູ້​ລົບ​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ໄດ້ຖືກ​ລູກ​ລະ​ເບີດ​ຫຼອນ​ໂຈມ​ຕີ​ຢູ່​ຂ້າງ​ທາງ​ພາກ​ຕາ​ເວັນ​ຕົກ​ແບກ​​ແດດ,ມີ​ຫຼາຍ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ປະຈຸ​ບັນ,ຝ່າຍ​ກອງ​ທະຫານອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ຍັງບໍ່​ໄດ້​ຢືນ​ຢັນ​ເລື່ອງ​ນີ້​ເທື່ອ.

ວັນ​ທີ29​ມິຖຸນາ,​ໂທລະພາບ​ອານ​ຈາ​ຊີ​ລາ​ຂອງ​ກາ​ຕາລາ​ຍງານ​ວ່າ,ທະຫານ​ອາ​ເມ​ລິ​ກາ​ຜູ່​ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ​ໄດ້​ຖືກ​ພວກປະກອບ​ອາວຸດ​ຂອງ​ອີ​ຣັກຂ້າ​ຕາຍ​ໃນ​ວັນ​ທີ28​ມິຖຸນາ​.

ນອກ​ນີ້,ຜົນສຳ​ຫຼວດປະຊາ​ມະຕິ​ຫຼ້າ​ສຸດ​ທີ່ອົງການ​ປຶກສາ​​ໜຶ່ງ​ຂອງ​ອັງກິດປະກາດ​ໃນ​ວັນ​ທີ28​ມິຖຸນາ​ສະ​ແດງ​ໃຫ້​ເຫັນ​ວ່າ,ຊາວ​ອີ​ຣັກ​ສ່ວນ​ຫຼາຍທີ່​ສຸດ​ວິຕົກ​ກັງວົນ​ນຳ​ສະພາບ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໃນ​ສະ​ເພາະ​ໜ້າ,​ເຫັນ​ວ່າ,​ເລື່ອງຮີບ​ດ່ວນ​ທີ່​ສຸດ​ຂອງ​ລັດຖະບານ​ຊົ່ວ​ຄາວຂອງ​ອີ​ຣັກ​​ໃນສະ​ເພາະ​ໜ້າ​ນີ້ແມ່ນ​ຟື້ນ​ຟູ​ຄວາມ​ປອດ​ໄພ​ຂອງສາທາ​ລະນະຊົນ.