ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-30 17:05:34    
ຫາງສຽງອີຣັກຊົມເຊີຍລັດຖະບານຊ່ົວຄາວຮັບອຳນາດອະທິປະໄຕ

cri
ຕາມຂ່າວCRI: ໜັງສືພິມ​ອີ​ຣັກສະບັບອອກ​ວັນ​ທິ 29 ມິຖຸນາ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ຊ່ົວຄາວ​ຂອງ​ອີ​ຣັກທ່ີ​ຮັບ​ເອົາ​ອຳນາດ​​ອະທິປະ​ໄຕ​ຈາກ​ເຈົ້າໜ້າ​ທ່ີ​ກອງທະຫານ​ປະສົມ, ​ແລະ​ກ່າວ​ວ່າ​ຈະ​ສະໜັບສະໜູນ​ລັດຖະບານ​ຊ່ົວຄາວ.

ບົດ​ຄວາມ​ບົດ​ໜ່ຶງ​ທ່ີ​ພິມລົງ​ໜັງສືພິມ​ແບກ​ແດກ​ຂຽນ​ວ່າ, ​ເຖິງ​ວ່າຄົນ​ທັງຫລາຍ​ຍັງ​ມີ​ຄວາມ​ສົງ​ໃສ​ຫລາຍຢ່າງ​ຕໍ່​ສະຖານະ​ການ​ຄວາມ​ປອດ​ໄພ, ​ແຕ່​ອີ​ຣັກ​​ໄດ້​​ເລ່ີ​ມຫັນ​ໃຈ​ເອົາ​ອາກາດ​ການ​ເມືອງ​ແຫ່ງ​ອິດ​ສະຫຼະ​ພາບ​ແລ້ວ.

ໜັງສືພິມ​ອານດາ​ວາ​ທ່ີ​ຈັດ​ໂດຍ​ພັກ​ຮຽກຮ້ອງ​ອິສລາມ​ເຊ່ິງ​ເປັນ​ພັກການ​ເມືອງ​ນິກາຍ​ຊີ​ອິດຂອງ​ອິຣັກ​ໄດ້​ພິມ​ລົງ​ໜ້າ​ທຳ​ອິດ, ຮຽກຮ້ອງ​ປະຊາຊົນ​ອີຣັກ​​ໃຫ້​ໂອກາດ​ເທ່ືອ​ໜ່ຶງ​​ແກ່​ລັດຖະບານ​ຊຸດ​ໃໝ່, ​ແລ້ວ​ສັງ​ເກດ​ເບ່ິງ​ການ​ກະທຳຂອງ​ລັດຖະບານ​ຊຸດ​ໃໝ່​ຫລັງ​ຈາກ​ຮັບ​ເອົາອຳນາດ​ອະທິປະ​ໄຕ​ແລ້ວ.
ໜັງ​ສຶພິມ​ທ່ີ​ຂຶ້ນ​ກັບ​ຄະນະ​ກຳມະການ​ສູງ​ສຸດ​ການ​ປະຕິວັດ​ອິສລາມ​ອີ​ລັກ​ໄດ້​ພິມ​ບົດ​ຄວາມ, ສະ​ແດງ​ຄວາມ​ດີ​ໃຈ​ທ່ີ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ໄດ້​ກັບ​ຕ່າວ​ຄືນ​ມາ.​

ແຕ່​ບາງ​ຫາງ​ສຽງກໍ​ຊີ້​ອອກ​ວ່າ, ອຳນາດ​ອະທິປະ​ໄຕ​ຂອງ​ລັດຖະບານ​ຊຸດ​​ໃໝ່​ແມ່ນ​ມີ​ຈຳກັດ, ມວນ​ຊົນ​ຄອງ​ຄອຍ​ການ​ເລືອກ​ຕັ້ງທ່ົວ​ໄປ​ທ່ີ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີໜ້າ.