ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-01 16:01:03    
ປະ​ເທດ​ຈຳນວນ​ໜ່ຶງ​ສົນ​ໃຈ​ນຳ​ການ​ຕັດສິນ​ທ່ານ​ຊັດ​ດາມ ອະດີດ​ປະ​ນາ​ທິບໍດີ​ອີຣັກ

cri

CRI ລາຍ​ງານ​ວ່າ: ພາຍຫຼັງກອງ​ທະຫານ​ປະສົມ​ປະຈຳ​ອີຣັກມອບ​ຕົວທ່ານ​ຊັດ​ດາມ ອະດີດ​ປະທານາທິບໍດີ​ອີຣັກ​ແລະ​ເຈົ້າໜ້າ​ທ່ີ​ຊັ້ນສູງ 11 ຄົນ​ຂອງອະດີດ​​ອຳນາດ​ການ​ປົກຄອງອີຣັກໃຫ້​ລັດຖະບານ​ຊ່ົວຄາວ​ອີຣັກ​ໃນ​ວັນ​ທີ 30 ມິຖຸນາ​ແລ້ວ, ບັນຫາ​ຕັດສິນ​ທ່ານ​ຊັດ​ດາມ​ໄດ້​ພາ​ໃຫ້​ປະ​ເທດ​ຈຳນວນ​ໜ່ຶງ​ສົນ​ໃຈ​ນຳ.

ທ່ານ​ອານ ຊາ​ບາ ນາຍົກລັດຖະມົນຕີ​ໂກ​ແວັດ​ກ່າວ​ວ່າ, ທ່ານ​ຊັດ​ດາມ​ຕ້ອງ​ຖືກ​ຕັດສິນ​ຖານ​ໂທດ​ກຳ​​ໄຮ້​ມະນຸດສະທຳທ່ີເຂົາກະ​ທຳ​ຢູ່ໂກ​ແວັດ.

ບຸກຄົນ​ການ​ຕ່າງປະ​ເທດ​ລັດ​ເຊຍ​ກ່າວ​ວ່າ, ຊະຕາກຳ​ຂອງ​ທ່ານ​ຊັດ​ດາມ​ຄວນ​ໃຫ້​ປະຊາຊົນ​ອີຣັກຕັດສິນ​ເອົາ​ເອງ.

ວັນ​ທີ 30 ມິຖຸນາ ​ໂຄສົກ​ສຳນັກງານ​ນາຍົກລັດຖະມົນຕີອັງກິດກ່າວ​ເນັ້ນອີກ​ເທ່ືອ​ໜ່ຶງວ່າ, ອັງກິດ​ຄັດ​ຄ້ານຕັດສິນ​ປະຫານ​ຊີວິດ​ທ່ານ​ຊັດ​ດາມ​​ໃນ​ອະນາຄົດ.

​ໃນ​ມື້​ດຽວ​ກັນ ທ່ານ​ອານ ລູບາ​ອີ ທ່ີ​ປຶກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທ່ີ​ດຳລົງ​ຕຳ​ແໜ່​ງ​ໃໝ່​ຂອງ​ລັດຖະບານ​ຊ່ົວຄາວ​ອີຣັກກ່າວ​ວ່າ, ສານພິ​ເສດ​ອີຣັກຈະຕັດສິນທ່ານ​ຊັດ​ດາມ​ຕາມ​ກົດໝາຍຂອງ​ອີຣັກ​ເອງ​ໂດຍ​ໄວ, ​ໃນ​ໄລຍະ​ຕັດສິນ​ຈະ​ພະຍາຍາມ​ທ່ຽງທຳ​ແລະ​ອາດ​ຈະ​ຖ່າຍ​ທອດ​ສົດ. ທ່ານ​ກ່າວ​ເນັ້ນວ່າ ສານພິ​ເສດ​ມີ​ສິດ​ຕັດສິນ​ປະຫານ​ຊີວິດ​ນັກ​ໂທດ.