ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-03 16:59:42    
ປະ​ເທດ​ແລະ​ສື່​ມວນ​ຊົນຈຳນວນ​ໜື່ງ​ໄດ້​ທຳ​ປະຕິ​ກິລິຍາ​ຕ່າງ​ກັນ​ຕໍ່​ການ​ໄຕ່​ສວນ​​ທ່ານ​ຊັດ​ດາມ

cri

ຕາມ​ຂ່າວCRI,ວັນ​ທີ1​ກໍລະກົດ,ສານ​ໂທດ​ກຳ​ສົງຄາມ​ພິ​ເສດ​ຂອງ​ອີ​ຣັກ​ໄດ້​ໄຕ່​ສວນ​ທ່ານ​ຊັດ​ດາມ ອະດີດ​ປະທານາທິບໍດີ​ອີຣັກ.ຕໍ​່​ເລື່ອງນີ້,ລັດຖະບານ​ປະ​ເທດ​ຈຳນວນ​ໜຶ່ງ​ແລະ​ສື່​ມວນ​ຊົນ​ໄດ້​ທຳ​ປະຕິ​ກິລິຍາ​ຕ່າງ​ກັນ.

ທ່ານມາ​ເຮີລັດຖະມົນຕີ​ການ​ຕ່າງປະ​ເທດ​​ເອ​ຢິບ​ກ່າວ​ວ່າ,ການ​ໄຕ່​ສວນ​ຕັດສິນ​ທ່ານ​ຊັດ​ດາມ​ບໍ່ແມ່ນ​ເລື່ອງ​ສຳຄັນ​ອັນ​ດັບ​ໜຶ່ງ​ທີ່​ປະຊາຊົນ​ອີຣັກຄວນ​ເຮັດ.​ເວົ້າ​ສຳລັບ​ປະຊາຊົນ​ອີຣັກ​ແລ້ວ.ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ​ໃນ​ສະ​ເພາະ​ໜ້າ​ນີ້,ຕ້ອນ​ຮັບ​ອະນາຄົດ​ອັນດີງາມ.

ສົມເດັດອັບ​ດູ​ນລາ​ເຈົ້າ​ຊີ​ວິດ​ຊອກ​ດາ​ນີຊົງກ່າວ​ວ່າ,ຄວນ​ສຳ​ເລັດ​ການ​ໄຕ່​ສວນ​ຕັດສິນ​ຕາມ​ຂະ​ບວນການ​ຕຸລາການ​ຂອງ​ອີຣັກ.

ທ່ານ​ເມັກ​ເລ​​ແລນ​ໂຄສົກ​ທຳ​ນຽບຂາວ​ອາ​ເມລິ​ກາ​ກ່າວ​ວ່າ,ທ່ານ​ຊັດ​ດາມ​​ແລະ​ໝູ່​ຄູ່​ຂອງ​ເຂົາ​ພວມ​ປະ​​ເຊີນ​ກັບ​ການ​ໄຕ່​ສວນ​ຕັດສິນ​ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ອີຣັກ.

ສື່​ມວນ​ຊົນ​ເຢຍລະ​ມັນ​​ເຫັນ​ວ່າ,ສານຂອງອີຣັກດັ່ງກ່າວ​​​ມີ​ບັນຫາທີ່​ມີ​ລັກສະນະ​ຊອບ​ກົດໝາຍ​ບໍ່​ພຽງພໍ.

ສື່​ມວນ​ຊົນ​ເອມີ​ລາ​ອາ​ລັບ​ເຫັນ​ວ່າ,ທ່ານ​ຊັດ​ດາມ​ອອກ​ສານຮັບ​ການ​​ໄຕ່​ສວນ​ຕັດສິນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ,​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ສິດ​ຕຸລາການ​ຂອງ​ອີຣັກ​ໄດ້​ກັບ​ຄືນ​ສູ່​ລັດຖະບານ​ຊົ່ວຄາວ​ແລ້ວ.ມັນ​ຈະ​ກາຍ​ເປັນ​ບາດ​ລ້ຽວທີ່​ອີຣັກບັນລຸ​ການ​ມີ​ສະ​ຖຽນລະ​ພາບ​ເປັນ​ກ້າວໆ.