ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-05 12:46:15    
ກອງ​ທະຫານ​ອາຊາ​ອານ​ຊຸນ​ນາຂອງ​ອີຣັກປະຕິ​ເສດ​ເລື່ອງຂ້າ​ທະຫານ​ອາ​ເມ​ລິ​ກາ​ເຊື້ອ​ຊາດ​ລີ​ບັງ

cri

ຕາມ​ຂ່າວCRI,ວັນ​ທີ4​ກໍ​ລະ​ກົດ,ກອງ​ທະຫານ​ອາຊາ​ອານ​ຊູນ​ນາກອງ​ປະກອບ​ອາວຸດ​ຂອງ​ອີຣັກ​ໄດ້​ອອກ​ຖະ​ແຫຼ​ງການ​ຢູ່​​ໃນ​​ແວັບ​ໄຊ​ຂອງອົງການ​ດ່ັງກ່າວ​,ປະຕິ​ເສດ​​ເລື່ອງ​ທີ່ວ່າ​ອົງ​ການ​ດ່ັງກ່າວ​ໄດ້​ຂ້າ​ທ້າວຮັດ​ເຊິ​ນທະຫານ​​ກອງທັບ​ເຮືອ​ສູ້​ລົບ​ເທິງ​ບົກ​ອາ​ເມ​ລິ​ກາ​ເຊື້ອ​ຊາດ​ລີ​ບັງ​ທີ່​ຖືກ​ເຂົາ​ລັກ​ພາ​ຕົວ.

ຖະ​ແຫຼງການ​ສະບັບ​ນີ້​​ແມ່ນແນ​ໃສ່​ຖະ​ແຫຼງການ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ລີ​ບັງ​ປະກາດ​ໃນ​ວັນ​ທີ4​ກໍລະກົດ​ເພື່ອ​ຢືນຢັນ​ວ່າ​ທ້າວ​ຮັດ​ເຊິ​ນຖືກ​​ຂ້າ​ຕາຍ​ແລ້ວ.ຖະ​ແຫຼ​ງການ​ກ່າວວ່າ,ການ​ລາຍ​ງານເຫຼົ່າ​ນີ້​ແມ່ນ​ບໍ່​ຖືກຕ້ອງ​ທັງ​ໝົດ.ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ,ຖະ​ແຫຼ​ງການ​ແລະ​ຄຳໃຫ້​ສຳພາດ​ໃດໆ​ຂອງ​ອົງການ​ດ່ັງກ່າວ,ພວກ​ເຂົາຈະ​ປະກາດ​ຢູ່​​ໃນ​ແວັບ​ໄຊ​ທາງ​ການ​ຂອງພວກ​ເຂົາ​ທັງ​ໝົດ.ຖະ​ແຫຼງການ​ໃດໆ​ທີ່​ບໍ່​ໄດ້​ປະກາດ​ຢູ່​​ໃນ​ແວັບ​ໄຊ​ດ່ັງກ່າວ​ລ້ວນ​ແຕ່​ຕາງໜ້າ​​ໃຫ້ອົງການ​ດ່ັງກ່າວບໍ່​​ໄດ້.