ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-06 10:26:44    
ນາຍົກລັດຖະມົນຕີອີຣັກກ່າວ​ວ່າການ​ເປັນຕາ​ຍຮ້າຍ​ດີຂອງ​ທ່າ​ນຊັດ​ດາມ​ຊີ້​ຂາດ​ຢູ່​ນຳ​ສານ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ5​ກໍລະກົດ,ທ່ານ​ອາ​ລາ​ວີ ນາຍົກ​ລັດຖະ​ມົນ​ຕ​​​​ີລັດ​ຖະ​ບານ​ຊົ່ວຄາວ​ຂອງ​ອີຣັກກ່າວ​ວ່າ,ທ່ານ​ຊັດ​ດາມອະດີດ​ປະທາ​ນາທິ​ບໍດີ​ອີຣັກ​ແລະ​​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ອື່ນໆ​ຫ​ຼາຍ​ຄົນ​ຂອງ​ອຳນາດ​ການ​ປົກຄອງ​ຂອງ​ເຂົາ​ຄວນ​ຖືກ​ລົງ​ໂທດປະ​ຫານ​ຊິວິດຫຼື​ບໍ່,​ແມ່ນ​ຊີ້​ຂາດ​ຢູ່​ນຳ​ສານພິ​ເສດ​ຂອງ​ອີຣັກ.ທ່ານ​ຈະ​ບໍ່​​ເຂົ້າ​ແຊກ​​ເລື່ອງ​ນ້ີ.ລັດຖະບານ​ຈະ​ຮັບ​ຮອງ​ເອົາ​ການ​ຕັດສິນ​ຂອງ​ສານ.ກ່ອນ​ໜ້າ​ນີ້,ລັດ​ຖະ​ບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ມີ​ເຈດ​ຈຳນົງ​ຟື້ນ​ຟູການ​ລົງ​ໂທດ​ປະ​ຫານ​ຊີວິດ​.

ພາຍຫຼັງ​ທ່ານ​ຊັດ​ດາມ​ຂຶ້ນ​ສານ​ຮັບ​ການ​​ໄຕ່​ສວນ​​ເປັນ​ຄັ້ງ​ທຳ​ອິດໃນ​ວັນ​ທີ1​ກໍລະກົດ​ແລ້ວ,ຊາວນິກາຍ​ຊີ​ອິດ​ແລະ​ຊາວ​ເຄີ​ດຂອງ​ອີ​ລັກ​ໄດ້​ຍ່າງ​ໄປ​ສູ່​ຖະ​ໜົນ​ຫົນ​ທາງ​ຢ່າງ​ບໍ່​ຂາດ​ສາຍ,ຮຽກ​ຮ້ອງ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ທ່ານຊັດ​ດາມ.ວັນ​ທີ5​ກໍລະກົດ,ຊາວ​ເຄີ​ດຫຼາຍ​ພັນ​ຄົນ​ໄດ້​​ແຫ່​ຂະ​ບວນອີກ​ເທື່ອ​ໜຶ່ງ,ຮຽກຮ້ອງ​ໃຫ້​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ທ່ານ​ຊັດ​ດາມ​ແລະ​ທ່ານ​ອາລີ​ມາ​ຈິດອະ​ດີດ​ລັດ​ຖະ​ມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ລັດຖະ​ມົນຕີ​ກະ​ຊວງ​ພາຍ​ໃນ​ທີ່ມີຊື່​ອາລີ​ເຄມີ.