ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-07 10:11:27    
ທ່ານ​ບຼາຮິ​ມີ​ກ່າວ​ເນັ້ນ​ວ່າ​ສະຫະ​ປະຊາ​ຊາດ​ຄວນ​ເສີມ​ຂະ​ຫຍາ​ຍບົດບາດ​ສຳຄັນ​ຢູ່​ອີຣັກ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ,ວັນ​ທີ6​ກໍລະກົດ,ຢູ່​ອຳ​ມານ,ພາຍຫຼັງ​ທ່ານ​ບຼາຮິ​ມີ​ທູດ​ພິ​ເສດ​ຂອງ​ສະ​ຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ອີຣັກ​ໄດ້​ພົບ​ປະ​​ທ່ານ​ຟາ​ເຢັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ທ່ານ​ມູອາ​ເຊີ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຊອກ​ດາ​ນີ​ແລ້ວ,ທ່ານ​ກ່າວ​​ເນັ້ນ​ວ່າ,ສະຫະ​ປະຊາ​ຊາດ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳຄັນ​ໃນ​ຂະ​ບວນ​ການ​ສ້າງ​ສາ​ອີ​ຣັກ​ຄືນ​ໃໝ່,​ແລະ​ກ່າວ​ວ່າ,ພາຍ​ຫຼັງ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັ​ກ​ແກ້​ໄຂ​ຕົ​ກ​ແລ້ວ,ສະຫະ​ປະຊາ​ຊາດ​ຈະ​ຟື້ນ​ຟູ​ວຽກ​ງານ​ຢູ່​ອີຣັກ​ຢ່າງ​ໝັ້ນ​ໜຽວ​ແລະ​ຈິງ​ຈັງ.

ພ້ອມ​ກັນ​ນັ້ນ,ທ່ານ​ບຼາຮິ​ມີ​ກ່າວ​ວ່າ,ປະຈຸ​ບັນ,ສະ​ຫະ​ປະຊາ​ຊາດ​ພວມ​ຕິດ​ຕໍ່​ພົວ​ພັນ​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ອີຣັກ​ຢ່າງ​ໃກ້​ຊິດ,ຫວັງ​ວ່າ,ພາຍ​ຫຼັງ​ຜູ່​ປະ​ຕິ​ດບັດ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກັບ​ຄືນ​ສູ່​ອີ​ຣັກ​ແລ້ວ,ຝ່າຍ​ອີ​ຣັກ​ຈະ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​​ໄພ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້.