ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-10 18:20:43    
ປະທານາທິບໍດີ​ຟິລິບ​ປິນກ່າວ​ວ່າ,ຈະ​ອອກ​ແຮງ​ສຸດ​ຂີດ​ກອບ​ກູ້​ຕົວ​ປະກັນ​ທີ່​ຖືກ​ລັກພາຕົວ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ9ກໍລະ​ກົດ,​ໃນ​ກອງ​ປະຊຸມ​ຊັ້ນສູງ​ກ່ຽວ​ກັບ​ແຮງ​ງານ​ຟິລິບ​ປິນ ປະ​ກອບ​ອາ​ຊີບ​ຢູ່​ຕ່າງປະ​ເທດ​ປີ2004​ທີ່​ຈັດ​ຂຶ້ນຢູ່​ມາ​ນີລາ,ທ່ານ​ນາງ​ອາ​ໂລ​ໂຢ ປະທານາ ທິບໍດີ​ຟິລິບ​ປິນ​ກ່າວ​ວ່າ,​ໜ່ວຍ​ພິ​ເສດ​ຢູ່​ອີຣັກຂອງລັ​ດຖະບານ​ຟິລິບ​ປິນພວມ​ປະສານ​ງານ​ກັບ​ລັດຖະບານ​ຊົ່ວຄາວ​ອີ​ຣັກ,​ເພື່ອ​ອອກ​ແຮງ​ສຸດ​ຂີດ​ກອບ​ກູ້​ທ່ານ​ຄຼູສ ຕົວ​ປະກັນ​ທີ່​ຖືກ​ລັກ ພາຕົວ.

ສະຖານີ​​ໂທລະພາບ​ອານ ຈາ​ຊີ​ລາ​ຂອງ​ກາ​ຕາ​​ແຈ້ງ​ຂ່າວວ່າ,ພວກ​ປະກອບ​ອາວຸດ​ອີຣັກ​ໄດ້​ລັກພາ​ຕົວ​ຊ່າງ​ຂັບ​ລົດ​ໃຫຍ່​ຂອງ​ຟິລິບ​ປິນຜູ່​ໜຶ່ງ,​ແລະ​ຂົ່ມຂູ່​ວ່າ​ຖ້າວ່າ​ລັດຖະບານ​ຟິລິບ​ປິນ ບໍ່​​ຖອນ​ພະ​ນັກ​ງານ​ປະຈຳ​ອີຣັກ​ອອກ​ຈາກ​ອີຣັກພາຍ​ໃນ72​ຊົ່ວ​ໂມງ,ກໍ​ຈະ​ຂ້າ​ຕົວ​ປະກັນ​ຜູ່​ນີ້​. ພາຍຫຼັງຢືນຢັນ​ຖາ​ນະ​ຂອງ​ຕົວ​ປະກັນ​ຜູ່​ນີ້​ແລ້ວ,ວັນ​ທີ8​ກໍລະກົດ,ລັດຖະບານ​ຟິລິບ​ປິນ​ອອກ ຄຳ​ສັ່ງ​​ໂດຍ​ດ່ວນ​ເຊົາ​ສົ່ງ​ແຮງ​ງານ​ໄປສູ່​ອີຣັກ​.