ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-11 17:37:35    
ຜູ່​ປະກອບ​ອາວຸດ​ຂອງ​ອີຣັກບໍ່​ຮັບຮອງ​ໄດ້​ປ່ອຍ​ຕົວ​​ປະກັນ​ຟິລິບ​ປິນທີ່​ຖືກ​ຈີ້​ຕົວ​(ພາບ)

cri

       
CRIລາຍ​ງານ​ວ່າ:ວັນ​ທີ10​ກໍລະກົດ,ຕາມ​ໂທລະພາບ​ອານ ຈາ​ຊີ​ລາ​ຂອງ​ກາ​ຕາ​ແຈ້ງ​ຂ່າວ​ວ່າ,ມື້​ດຽວ​ກັນ, "ກອງທະ​ຫານ​ອິສລາມ" ກອງ​ປະກອບ​ອາວຸດ​ອີຣັກທີ່​ຈີ້​ຕົວ​ປະກັນ​ຟິລິບ​ປິນບໍ່​ຮັບ​ຮອງ​ວ່າ​ໄດ້​ປ່ອຍ​ຕົວ​ທ່ານ​ຄຼູສ ຕົວ​ປະກັນ​ຟິລິບ​ປິນ​.

       
ກ່ອນ​ໜ້າ​ນີ້​ມີ​ຂ່າວ​ແຈ້ງວ່າ,ຝ່າຍ​ທາງ​ການ​ຟິລິບ​ປິນປະກາດ​ວ່າ,ທ່ານ​ຄຼູສ​ໄດ້​ຖືກ​ປ່ອຍ​ຕົວ​​ແລ້ວ,​ແລະ​ພວມ​ຖືກ​ສົ່ງ​ໄປ​ໂຮງ​ແຮມ​ຫຼັງໜຶ່ງ​ທີ່​ແບກ​ແດດ,​ເພື່ອ​​ມອບ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຟິ​ລິບ​ປິນ.​ແຕ່​​ວັນ​ທີ10​ກໍລະກົດ,​ໂທ​ລະ​ພາບ​ອານ​ ຈາຊີ​ລາ​ໄດ້ອ້າງ​ຕາມ​ຖະ​ແຫຼງ​ການ​ຂອງ​ກອງ​ທະ​ຫານ​ອິສ​ລາມ​ເວົ້າວ່າ,​ອົງ​ການ​ດັ່ງກ່າວ​ຈະ​ສືບ​ຕໍ່​ກັກ​ຂັງ​ຕົວ​ປະກັນ​ຜູ່​ນີ້,​ແລະ​ປະຕິ​ບັດ​ຕໍ່​ເພິ່ນ​ໃນ​ຖາ​ນະ​ຊະ​ເລີຍ​ເສິກ.​ຖະ​ແຫຼງ​ການ​ຂົ່ມຂູ່​ວ່າ,ຖ້າວ່າ​ຟິລິບ​ປິນບໍ່​ຖອນ​ທະ ຫານ​ອອກ​ຈາກ​ອີ​ຣັກ​ກ່ອນ​ວັນ​ທີ​20​ກໍລະກົດ,ພວກ​ເຂົາ​​ເຈົ້າກໍ່​ຈະ​ຂ້າ​ຕົວ​ປະກັນ​ຜູ່​ນີ້.