ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-12 09:56:33    
ສັນນິບາດ​ປະ​ເທດ​ອາ​ລາບ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຕອບ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ຕັດ​ສິນ​ຂອງ​ສານ​ສາ​ກົນ,​ທ່ານ​ຊາ​ລົງ​ອ​ອກຄຳ​ສັ່ງ​ສືບ​ຕໍ່​ສ້າງ​ກຳ​ແພງ​ຂັ້ນ

cri
CRIລາຍ​ງານ​ວ່າ:ພາຍຫຼັງສານ​ສາກົນ​ຕັດ​ສິນ​ວ່າອິດ​ສະລະ​ແອນ​ສ້າງກຳ​ແພງ​ຂັ້ນຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​ໄດ້ລະ​ເມີດ​ກົດ​ໝາຍ​ລະ​ຫວ່າງ​ຊາດໃນ​ວັນ​ທີ​9​ກໍ​ລະ​ກົດ​ແລ້ວ,​ສັນ​ນິ ບາດ​ປະ​ເທດ​ອາ​ລາບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕັດ​ສິນ​ດັ່ງກ່າວ.​ແຕ່​ວ່າ,ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະລະ​ແອນ​ພັດ​ອອກ​ຄຳ​ສັ່ງ​ສືບ​ຕໍ່​ສ້າງກຳ​ແພງ​ຂັ້ນຕໍ່​ໄປ.

ວັນ​ທີ11​ກໍ​ລະ​ກົດ,ສັນນິບາດ​ປະ​ເທດ​ອາ​ລາບ​ຈັດ​ກອງ​ປະຊຸມ​ຜູ່​ແທນ​ປະຈຳ​ສຳນັກ​ງານ​ໃຫຍ່​ສັນ​ນິ​ບາດ​ປະ​ເທດ​ອາ​ລາບ​ແລະ​ອອກ​ຖະ​ແຫຼງການ,ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສານ​ສາ ກົນ​ຕັດ​ສິນ​ອິດ​ສະ​ລະ​ແອນ​ສ້າງ​ກຳ​ແພງ​ຂັ້ນແມ່ນ​ການ​ກະທຳທີ່​ຜິດ​ກົດ​ໝາຍ,​ກ່າວ​ວ່າ,​ການ​ຕັດ​ສິນ​ດັ່ງ​ກ່າວ​ແມ່ນ​ໄຊ​ຊະ​ນະ​ຂອງ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແລະ​ຫຼັກ​ມາດ​ຖານ​ສາກົນ.​ຖະ​ແຫຼງ​ການ​ຍັງ​ຮຽກ​ຮ້ອງ​ບັນດາ​ປະ​ເທດ​ໃນ​ໂລກ ອົງ​ການ​ພາກ​ພື້ນ​ແລະ​ສາ​ກົນ​ຈົ່ງ​ມີ​ການ​ຕອບ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ຕັດ​ສິນ​ຂອງ​ສານ​ສາ​ກົນ,​ປະຕິ​ເສດ​ບໍ່​ຮັບຮອງ​ການ​ປ່ຽນ​ແປງ​ສະ ພາບ​ຕົວ​ຈິງ​ທີ່​ເກີດ​ຂຶ້ນ​ຍ້ອນ​ກຳ​ແພງ​ຂັ້ນ​ຂອງ​ອິດ​ສະລະ​ແອນ,​ປະ​ຕິ​ເສດ​ໃຫ​້​ການ​ຊ່ອຍ​ເຫຼືອ​ໃດໆ​ແກ​​່​ການ​ສ້າງ​ຫຼື​ຮັກ​ສາ​ກຳ​ແພງ​ຂັ້ນ.

​ໃນ​ມື້​ດຽວ​ກັນ,ທ່ານ​ໂອ​ເບ​ດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລີ​ບັງ​ເຕືອນ​ໃຫ້​ປະ​ເທດ​ອາ​ລາບ​ຍື່ນ​ບັນຫາ​ກຳ​ແພງ​ຂັ້ນ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,​ຊຸກ​ຍູ້​ສະພາ ຄວາມ​ໝັ້ນ​ຄົງ​ບັງ​ຄັບ​ອິດ​ສະລະ​ແອນ​ປະຕິບັດ​ການ​ຕັດ​ສິນ​ຂອງ​ສານ​ສາກົນ.​ແຕ່​ວ່າ,​ໃນ​ມື້​ດຽວ​ກັນ,ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ພັດ​​ໄດ້ຮຽກ​ໄຂ​ກອງ​ປະຊຸມ​ແລະ​ອອກ​ຖະ​ແຫຼງ​ການ,​ອອກ​ຄຳ​ສັ່ງ​ໃຫ້​ສືບ​ຕໍ່​ສ້າງກຳ​ແພງ​ຂັ້ນ​ຕໍ່​ໄປ.ທ່ານ​ຊາ​ລົງ​ຍັງ​ກ່າວ​ວ່າ​ຈະ​ນຳ​ໃຊ້​ພາ​ຫະ​ນະ​ການ​ຕ່າງ​ປະ​ເທດ​ແລະ​ກົດ​ໝາຍ​ທຸກ​ຢ່າງ​ຂວ້ຳ​ບາດ​ການ​ຕັດສິນ​ຂອງ​ສານ​ສາ​ກົນ.