ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-12 21:00:51    
ເຈົ້າ​ໜ້າ​ທີ່​ຟີລິບ​ປິນກ່າ​ວວ່າ​ຜູ່​ປະກອບ​ອາວຸດ​ຂອງ​ອີຣັກປະຕິ​​ເສດ​ເອົາ​ຄ່າ​​ໄຖ່​ແລກ​ເອົາ​ຕົວ​ປະກັນ(ພາບ)

cri

ວັນທີ11ກໍລະກົດ,ຢູ່ເດີ່ນຍົນມານີລານະຄອນຫຼວງຟີລິບປິນ,ໂດຍມີທ່ານໂທນັສ
ລັດຖະມົນຕີກະຊວງແຮງງານແລະປະກອບອາຊີບຂອງຟີລິບປິນ(ຂວາ)ເປັນ
ເພື່ອນ,ເມຍຂອງທ່ານຄູຼສ(ກາງ)ກຳມະກອນຟີລິບປິນທີ່ຖືກຜູ່ປະກອບອາວຸດ
ອີຣັກຈີ້ຕົວນັ້ນຍ່າງໄປຫາຍົນ,ຈະຂີ່ຍົນໄປອີຣັກ,ເພື່ອຂໍໃຫ້ຜູ່ປະກອບອາວຸດ
ປ່ອຍຕົວຜົວຂອງລາວ

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ12​ກໍລະກົດ,​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດຟີ​ລິບ​ປິນ​ກ່າວ​ວ່າ,ຜູ່​ປະກອບ​ອາວຸດ​ອີຣັກ​ທີ່​ລັກ​ພາ​ຕົວ​ກຳ​ມະ​ກອນ​ຟີ​ລິບ​ປິນ​ກ່າວ​ວ່າ​ບໍ່​ອາດ​ເປັນ​ໄປ​​ໄດ້​ທີ່ີ່​ຮັບ​ເອົາ​ຄ່າ​​ໄຖ່​ແລ້ວ​ປ່ອຍ​ຕົວ​ປະ​ກັນ​ທີ່​ເຂົາ​ກັກ​ຂັງ.

ເຈົ້າ​ໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ,ຜູ່​ປະກອບ​ອາວຸດ​ອີຣັກ​ໄດ້​ຜ່ານ​ຈາກ​ໂທລະ​ພາບ​ອານ​ຈາ​ຊີ​ລາ​ຂ່າວ​ໃຫ້ລັດ​ຖະ​ບານ​ຟີ​ລິບ​ປິ​ນຮູ້ວ່າ,ພວກ​ເຂົາ​ບໍ່ຫ່ອນ​ຈະ​ຖືກຊື້​ຈ້າງດ້ວຍ​ເງິນ​ຄຳ​ໄດ້.

ວັນ​ທີ12​ກໍລະກົດ,ຜູ່​ປະກອບ​ອາວຸດ​ອີຣັກ​ໄດ້​ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ລັດຖະ​ບານ​ຟີ​ລິບ​ປິນ​ໃຫ້​ຄຳ​ໝັ້ນ​ສັນຍາ​ພາຍ​ໃນ24​ຊົ່ວ​ໂມງວ່າ​,ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ​ກ່ອນວັນ​ທີ20​ກໍລະ​ກົດ,​ຖ້າ​ບໍ່​ດ່ັງ​ນັ້ນ​ກໍ​ຈະຂ້າ​ຕົວ​ປະກັນ.​ແຕ່​ລັດຖະ​ບານ​ຟີ​ລິບ​ປິນຍັງ​ຍຶດໝັ້ນ​ວ່າຈະ​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ສາກົນ,​ພາຍ​ຫຼັງ​ກອງ​ກອບ​ກູ້​ມະ​ມຸດ​ສະ​ທຳ​ທີ່​ປະກອບ​ດ້ວຍ​51​ຄົນ​ຈຸບ​ກຳນົດ​ໃນ​ວັນ​ທີ20​ສິງຫາ​ແລ້ວ​ຈຶ່ງຈະ​ຖອນ​ກັບ​ຄືນ.