ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-14 20:56:12    
ແບກ​ແດດ​ເກີດ​ເຫດການ​ລົດຍົນ​ລະ​ເບີດຢ່າງໜ້ອຍ​ມີ50​ຄົນ​ຕາຍ​ແລະ​ບາດ​​ເຈັບ(ພາບ)

cri

              

ຕາມ​ຂ່າວCRI,ຕອນ​ເຊົ້າວັນ​ທີ14ກໍລະ​ກົດ,ຢູ່​ມໍ່​ກັບ​ວັງ​ປະຊຸມ​ທີ່​ແຖບ​ສີຂຽວ​ ​ຢູ່ກາງ​ເມືອງ​ແບ​ກ​ແດດນະ​ຄອນ​ຫຼວງ​ອີຣັກ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ​​,ຢ່າງ​ໜ້ອຍ​ມີ​10ຄົນ​ຕາຍ,​40ຄົນ​ບາດ​​ເຈັບ.

ຕາມ​ໄດ້​ຊາບ,ລົດຍົນ​ສອງ​ຄັນ​ທີ່​ບັນທຸກ​ໝື້​ລະ​ເບີດ​ໄດ້​ບຸກຜ່າ​ສິ່ງ​ກີດ​ຂວາງທີ່​ກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ຕຳຫຼວດ​ອີຣັກ​ຕັ້ງ​​ໄວ້ຢູ່​ທາງ​ເຂົ້າ​ວັງ​ປະຊຸມ,​​ໃນ​ທັນ​ໃດ​ນັ້ນ​,ລົດ​ຄັນ​​ໜຶ່ງ​​ໄດ​້ລະ​ເບີດ​ຂຶ້ນ.

ພາຍຫຼັງເຫດການລະເບີດແລ້ວ,ຍົນເຮລິກົບຂອງທະຫານອາເມລິກາໄດ້ປິ່ນເວີ່ນຢູ່ເທິງ
ອາກາດບ່ອນເກີດເຫດ,ຕຳຫຼວດອີຣັກໄດ້ອັດຕັນເຂດອ້ອມແອ້ມວັງປະຊຸມ.

ທ່ານ​ອາ​ລາ​ວີນາ​ຍົກ​ລັດຖະມົນຕີ​ລັດຖະ​ບານ​ຊົ່ວຄາວ​ອີຣັກ​ໄດ້​ກ່າວ​ປະນາມ​ເຫດ​ການ​ລະ​ເບີດ.

           

ແຖບ​ສີຂຽວ​ແບກ​ແດດ​ແມ່ນ​ທີ່​ຕັ້ງ​​ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ,​ສຳນັກ​ງານ​ໃຫຍ່​ກອງ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກ​​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ,​ແລະ​ຫ້ອງການ​ຂອງ​ປະ​ທານາ​ທິບ​ໍດີ​ແລະ​ນາຍົກ​ລັດຖະ​ມົນຕີ​ຂອງ​ລັດຖະ​ບານ​ຊົ່ວຄາວ​ອີ​ຣັກ.