ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-14 21:29:10    
ອີຣັກ​ປັບປຸງ​ການ​ຮັກສາ​ຄວາມ​ສະຫງົບ​ຢ່າງ​ຂະໜາດ​ໃຫຍ່

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ກໍລະກົດ,​ໂຄ​ສົກ​ກະຊວງ​ພາຍ​ໃນ​ຂອງ​ລັດຖະບານ​ຊົ່ວຄາວ​ອີຣັກກ່າວ​ວ່າ,ວັນ​ທີ12​ກໍລະກົດ,ກະຊວງ​ດັ່ງ​ກາວ​ໄດ້​​ສົ່ງຕຳຫຼວດ​ຈຳນວນ​ຫຼວງ​ຫຼາຍ​​ອອກ​ໄປ​ປັບປຸງ​ຄວາມ​ສະຫງົບ,ພາຍ​ໃນ​ມື້​ດຽວ​ກໍ​ໄດ້​ຈັບ​ຕົວ​ຜູ່​ຖືກສົງ​ໄສ​ຕ້ອງ​​ໂທດ​ປະມານ500ຄົນ.

ໂຄສົກ​ກ່າວ​ວ່າ,ນີ້​ແມ່ນ​ຕຳຫຼວດ​ອີຣັກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປັບປຸງ​​ຄວາມ​ສະຫງົບ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ພາຍຫຼັງ​ຊັດ​ດາມ​ອະດີດ​ປະທານາທິບໍດີ​ອີຣັກຖືກ​ໂຄ່ນ​ລົ້ມ​ແລ້ວ.ພວກຖືກ​ຈັບ​ເຫຼົ່າ​ນີ້​ໄດ້​ສວຍ​ໂອກາດ​ທີ່​ບ້ານ​ເມືອງ​ວຸ້ນວາຍ​ແລະ​ດຳ​ເນີນການ​ເຄື່ອນ​ໄຫວ​ຕ້ອງ​ໂທດ​ຢ່າງ​ບັງອາດ​ໃນ​ໄລຍະ​ທະຫານ​ອາ​ເມ​ລິ​ຫາ​ຍຶດຄອງ​ໃນ15​ເດືອນ​ຜ່ານ​​ມາ.ທ່ານ​ກ່າວ​ວ່າ,ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ຕຳຫຼວດ​ອີຣັກ500ກວ່າ​ຄົນ​ສຳ​ເລັດ​​ໂດຍ​​ອິດ​ສະຫຼະ.​ໃນ​ການ​ເຄື່ອນ​ໄຫວ,ຜູ່​ຖືກ​ສົງ​ໄສ​ຕ້ອງ​ໂທດ​ຜູ່​ໜຶ່ງ​ຖືກ​ຕຳຫຼວດຍິງ​ຕາຍ​ຍ້ອນ​ບໍ່​ຍອມ​​ໃຫ້​ຈັບ.ມີ​ຕຳຫຼວດ​ຜູ່​ໜຶ່ງ​ຖືກ​ບາດ​ເຈັບ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ13​ກໍລະກົດ,ຢູ່​ເມືອງນາ​ຈັຟທີ່​ຫ່າງ​ຈາກ​ແບກ​ແດດ​​ໄປ​ທາງທິດ​ໃຕ້180​ກິ​ໂລ​ແມັດ,ຕຳຫຼວດ​ອີຣັກ​ໄດ້​ຈັບ​ຕົວ​ຜູ່​ປະກອບ​ອາວຸດ​ສອງ​ຄົນ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ທ່ານ​ຊາດ໌ຜູ່​ນຳ​ກອງ​ປະກອບອາວຸດ​ນິກາຍ​ຊີ​ອິດທີ່ຕ້ານ​ອາ​ເມ​ລິ​ກາ​.