ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-16 10:25:35    
ປະທານ​ສະພາ​ສູງ​ຟິລິບ​ປິນ​ເວົ້າວ່າ,ອາ​ເມ​ລິ​ກາ​ຄວນ​ໂຄລົບ​ການ​ຕົກລົງ​ຂອງ​ຟິລິບ​ປິນທີ່​ຖອນ​ທະຫານ​ອອກ​ຈາກ​ອີຣັກ

cri
CRIລາຍ​ງານ​ວ່າ:ວັນ​ທີ15​ກໍລະກົດ,ທ່ານ​ດຼີລົງ ປະທານ​ສະພາ​ສູງ​ຟິລິບ​ປິນຈັດ​ງານ​ຖະ​ແຫຼງ​ຂ່າວ,​ຮຽກ​ຮ້ອງ​ອາ​ເມ​ລິ​ກາ​ໂຄລົບ​ການ​ຕົກລົງ​ຂອງ​ລັດ​ຖະ​ບານ​ຟິ​ລິບ​ປິນ​ກ່ຽວ​ກັບ​ຖອນ​ທະ​ຫານ​ກອບ​ກູ້​​ແບບ​ມະ​ນຸດ​ສະvທຳ​ຈາກ​ອີຣັກ​ເພື່ອ​ຊ່ອຍ​ແກ້​ໄຂ​ວິ​ກິດ​ການ​ຕົວ​ປະ​ກັນ.

ທ່ານ​ດຼີລົງ​ເວົ້າວ່າ,ຟິລິບ​ປິນຖອນ​ທະຫານ​ອອກ​ຈາກ​ອີຣັກບໍ່ຫ່ອນ​ຊິ​ເກີດ​ມີ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ການ​ເຄື່ອນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ,​ຟິລິບ​ປິນຕົກລົງ​ຖອນ​ທະຫານ​ອອກ​ຈາກ​ອີ​ຣັກ​ທີ່​ເປັນ​ເຫດ​ການ​ໂດ​ດດ່ຽວກໍ່​ບໍ່​ຄວນ​ກາຍ​ເປັນ​ມາດຖານ​ທີ່​ປະ​ເມີນ​ການ​ເຄື່ອ​ນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຟິລິບ​ປິນ.

​ໃນ​ມື້​ດຽວ​ກັນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ວໍ​ຊິງ​ຕັນ,ທ່ານ​ແມັກ​​ເຄຼ​ແລນ ​ໂຄ​ສົກ​ທຳ ນຽບ​ຂາວ​ອາ​ເມ​ລິ​ກາສະ​ແດງ​ຄວາມ​ເສຍ​ຫວັງ​ຕໍ່​ຟິລິບ​ປິນທີ່​ໄດ້​ຕົກ​ລົງ​ຖອນ​ທະຫານ​ອອກ​ຈາກ​ອີ​ຣັກ​ກ່ອນ​​ເວລາ​ກຳນົດ.

ນອກ​ນີ້,ຕາມ​ໂທລະພາບ​ອານ ຈາ​ຊີ​ລາ​ແຈ້ງ​ຂ່າວ​ວ່າ,ວັນ​ທີ15​ກໍລະ​ກົດ,​ໃນ​ຖະ​ແຫຼງການ ສະ​ບັບ​ໜ່ຶງ,​ຜູ່​ປະ​ກອບ​ອາ​ວຸດ​ອີຣັກ​ປະ​ກາດ​ວ່າ,​ຈະ​ແກ່​ຍາວ​ເວ​ລາ​ຈຳ​ກັດ​ສຸດ​ທ້າຍ​ທີ່​ຟິ​ລິບ​ປິນ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ນັ້ນ​ຈາກ​ວັນ​ທີ​20​ກໍ​ລະ​ກົດ​​ໄປ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ,​ແລະ​ເວົ້າ​ວ່າ,​ຖ້າ​ວ່າ​ຮອດ​ເວລາ​ນັ້ນ,​ຟິ​ລິບ​ປິນ​ຍັງ​ບໍ່​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ,​ກໍ​ຈະ​ຂ້າ​ທ່ານ​ຄຼູສ ຕົວ​ປະ​ກັນ​ຟິ​ລິບ​ປິນ.