ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-17 16:33:29    
ລັດຖະມົນຕີ​ກະຊວງ​ຍຸດ​ຕິ​ທຳ​ອີຣັກຖືກ​ຫຼອນ​ໂຈມ​ຕີ​ແລ້ວ​ລອດ​ຕາຍ

cri

ຕາມ​ຂ່າວCRI,ວັນ​ທີ17​ກໍລະກົດ,ຢູ່​ແບກ​ແດດ ນະຄອນຫຼວງ​ອີຣັກ,ຂະ​ບວນລົດ​ຂອງທ່ານ​ອານ​ຮັດ​ຊັນລັດ​ຖະມົນຕີ​ກະຊວງ​ຍຸດ​ຕິ​ທຳ​ຂອງ​ລັດ​ຖະບານ​ຊົ່ວຄາວ​ອີຣັກຖືກ​ລົດ​ຍົນ​ລະ​ເບີດ​ຫຼອນ​ໂຈມ​ຕີ,ທ່ານ​ລັດຖະ​ມົນຕີ​ປອດ​ໄພ​ຢູ່.​ແຕ່​ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ທະ​ຫານ​ປ້ອງ​ກັນ​5ຄົນ​​ເສຍ​ຊີວິດ.

ຫຼັງຈາກເກີດເຫດການແລ້ວ,ກອງປະກອບອາວຸດເຊິ່ງນຳໂດຍທ່ານຈາກາວີບຸກຄົນທີ ສາມຂອງອົງການອານເຄດາປະກາດໃນແວບໄຊແຫ່ງໜຶ່ງວ່າ,ຮັບຜິດຊອບຕໍ່ເຫດການ
ຫຼອນໂຈມຕີເທື່ອນີ້.

ພ້ອມ​​ກັນ​ນັ້ນ,ຢູ່​ນອກ​ຕຶກ​ຫ້ອງການ​ສຳນັກງານ​ໃຫຍ່​ກອງທະຫານ​ປ້ອງ​ກັນ​ແຫ່ງ​ຊາດ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ແບກ​ແດ​ດ​ໄດ້​ເກີດ​​ລົດຍົນ​ລະ​ເບີດ,ຢ່າງ​ໜ້ອຍ​ເຮັດ​ໃຫ້1​ຄົນ​ຕາຍ,ນອກ​ນີ້​ມີອີກ22​ຄົນ​ບາ​ດ​ເຈັບ,​ໃນ​ນັ້ນ​ລວມທັງ​ທະຫານກອງ​ປ້ອງກັນ​ແຫ່ງ​ຊາດ6​ຄົນ.