ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-19 10:28:00    
ບຸກຄົນ​ການ​ເມືອງ​ສຳຄັນ​ຫຼາຍ​ຄົນ​ຂອງ​ຕ່າງປະ​ເທດ​ຢ້ຽມຢາມ​ອີຣັກ

cri

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ,ວັນ​ທີ18​ກໍລະກົດ,ທ່ານມາ​ເລັກ​ເບ​ນການາຍົກລັດຖະມົນຕີ​ໂປ​ໂລ​ຍ,ທ່ານ​ເຟ​ເລນ​ສ໌ຈູ​ຮາ​ສ໌ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຮົງ​ກາຣີແລະ​ທ່ານອາ​ມີ​ເທັດ​ສ໌ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຕ່າງໄດ້​ເດີນທາງ​ໄປ​​ຢ້ຽມຢາມ​ອີຣັກ.

ວັນ​ທີ18​ກໍລະກົດ,ທ່ານ​ເບ​ນການາຍົກລັດຖະມົນຕີ​ໂປ​ໂລ​ຍ​ແລະ​ທ່ານຈູ​ຮາ​ສ໌ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຮົງ​ກາຣີ​ຕ່າງ​ໄດ້​ເດີນທາງ​ໄປ​ຮອດ​​ເມືອງອານ​ຮີ​ລາທີ່​ຫ່າງ​ຈາກ​ແບກ​ແດດ​​​ໄປ​ທາງທິດ​ໃຕ້100​ກິ​ໂລ​ແມັດ,​ເພື່ອ​ກວດກາກອງ​ທະຫານ​ໂປ​ໂລ​ຍ​ແລະ​ກອງ​ທະຫານ​ຮົງ​ກາຣີທີ່​ປະຈຳ​ຢູ່​​​ເມືອງ​ດັ່ງ​ກ່າວ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງ​ວ່າ,ວັນ​ທີ18​ກໍລະກົດ,ທ່ານອາ​ມີ​ເທັດ​ສ໌ຮອງ​ລັດຖ​ະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ຮອດ​ແບກ​ແດດ,ຈະ​ຈັດ​ການ​ເຈລະ​​ຈາ​ກັບ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ສ່ວນ​ໜື່ງ​ຂອງ​ລັດຖະ​ບານ​ຊົ່ວຄາວ​ອີຣັກ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ.ທ່ານ​ແມ່ນ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ລັດຖະ​ບານ​ອາ​ເມ​ລິ​ກາ​ຜູ່​ທຳ​ອິດ​ທີ່​ຢ້ຽມຢາມ​ອີຣັກ​ພາຍຫຼັງ​ອາ​ເມ​ລິ​ກາມ​ອບອຳນາດ​​ໃຫ້​ລັດຖະ​ບານ​ຊົ່ວ​ຄາວ​ອີຣັກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ28​ມິຖຸນາ.