ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-20 09:58:06    
ທ່ານ​ອາ​ລາ​ວີ​ກ່າວ​ວ່າ​ອີຣັກສ​ຸມກຳລັງ​​ເຂົ້າ​ໃນການ​ສ້າງ​ການ​ພົວພັນ​ອັນສະໜິດ​ແໜ້ນ​ກັບປະ​ເທດ​ອາ​ລັບ

cri

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ,ວັນ​ທີ19​ກໍລະກົດ,ຢູ່​ອຳ​ມານ,ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີຂອງ​ລັດຖະບານ​ຊົ່ວຄາວ​ອີຣັກກ່າວ​ວ່າ,ລັດຖະບານ​ຊົ່ວຄາວ​ອີຣັກຈະ​ສຸມກຳລັງ​​ເຂົ້າ​ໃນການ​ສ້າງການ​ພົວພັນ​ອັນສະໜິດ​ແໜ້ນ​ກັບ​ປະ​ເທດ​ອາ​ລັບ.

ທ່ານ​ອາ​ລາ​ວີ​​ແມ່ນ​ກ່າວ​ຄວາມ​ນີ້​ໃນ​​ເວລາ​ພົບ​ປະ​ກັບ​ທ່ານຟາຍ​ຊານ​ອານ​ຟາ​ເຢັສ໌ນາຍົກ​ລັດຖະມົນຕີຊອກດານີ​ໃນ​ວັນ​ທີ19​ກໍລະກົດ,ທ່ານ​ອາ​ລາ​ວີ​ກ່າວ​ວ່າ,ທ່ານ​ເລືອກ​ເອົາ​ປະ​ເທດ​ອາ​ລັບ​ເຊັ່ນ​ຊອກ​ດາ​ນີ​​​ເປັນ​ຕົ້ນ​ເປັນ​ປະ​ເທດ​ງວດ​ທຳ​ອິດ​ທີ່​ທ່ານ​ຈະ​ໄປ​ຢ້ຽມຢາມ​ແຕ່​ທ່ານ​ດຳລົງ​ຕຳ​ແໜ່​ງມາ​ນີ້​​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຊົ່ວຄາວ​ອີຣັກຕັດສິນ​ໃຈ​ສ້າງ​ການ​ພົວພັນອັນ​ສະໜິດ​ແໜ້ນ​ກັບປະ​ເທດ​ອາ​ລັບ​ບົນ​ພື້ນຖານ​ທີ່​ເຄົາລົບ​ສິດທິ​ມະນຸດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ໃນການ​ພົບ​ປະ,ທ່ານຟາ​ເຢັສ໌ໄດ້​ກ່າວ​ລື້​ມຫຼັກ​ໝັ້ນ​ຂອງ​ຊອກ​ດາ​ນີທີ່​ສະໜັບສະໜູນ​ລັດ​ຖະບານ​ຊົ່ວຄາວ​ອີຣັກ,​ແລະ​ເຫັນ​ວ່າການ​ຢ້ຽມຢາມ​ຂອງ​ທ່ານ​ອາ​ລາ​ວີ​ເປັນ​ການ​ເລ​ີ່ມຕົ້ນ​ອັນ​ດີ​ງາມ​ຂອງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຊອກ​ດາ​ນີກັບ​ອີຣັກຕື່ມ​ອີກ.

ວັນ​ທີ19​ກໍລະກົດ,ສົມ​ເດັດ​ອັບ​ດູ​ນລາເຈົ້າ​ຊີວິດ​ຊອກ​ດາ​ນີຊົງ​ພົບ​ປະ​ທ່ານ​ອາ​ລາ​ວີ​ທີ່​ໄປ​ຢ້ຽມຢາມ,​ໃນ​ການ​ພົບ​ປະ,ສົມ​ເດັດ​ອັບ​ດູ​ນລາ​ຊົງກ່າວ​ວ່າ,ສະໜັບສະໜູນ​ຄວາມ​ພະຍາ​ຍາມ​ຂອງ​ລັດຖະບານ​ຊົ່ວຄາວ​ອີຣັກທີ່​ເຮັດ​ເພື່ອ​ບັນລຸ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ.​ແລະ​ຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ຈົ່ງ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ອີຣັກ,​ເພື່ອ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ພາຍ​ໃນ​ອີຣັກ.