ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-21 11:13:48    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວຄາວ​ອີຣັກ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ໃກ້​ຄຽງ​ຊ່ວຍ​ອີຣັກບັນລຸ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ

cri

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ,ວັນ​ທີ20​ກໍລະກົດ,ທ່ານ​ຈີບາ​ລີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຊົ່ວຄາວ​ອີຣັກກ່າວ​ວ່າ,ການ​ທີ່ສະຖານະ​ການ​ອີຣັກຊຸດ​ຮ້າຍ​ລົງ​ຈະ​ເກີດ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ພາກ​ພື້ນ​ໂດຍ​ສະ​ເພ​າະ​ແມ່ນ​ຕໍ່​ປະ​ເທ​ດອ້ອມ​ຂ້າງ​ຂອງ​ອີຣັກ,ທ່ານ​ຮຽກຮ້ອງ​​ໃຫ້​ປະ​ເທດ​ໃກ້​ຄຽງຊ່ວຍ​ອີຣັກບັນລຸ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ.

ວັນ​ທີ20​ກໍລະກົດ,ທ່ານ​ຈີ​ບາ​ລີ​ເດີນທາງ​ໄປ​ຮອດ​ເລີ​ແກ,ກຽມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທ​ດຂອງ​ປະ​ເທດອ້ອມຂ້າງ​ອີຣັກຄັ້ງ​ທີ6​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ21​ກໍລະ​ກົດ,​ເມື່ອ​ຮອດ​ເລີ​ແກ​ແລ້ວ,ທ່ານ​ຈີບາ​ລີ​ກ່າວ​ວ່າ,ສະຖານ​ນະ​ການອີຣັກ​ໃນສະ​ເພາະ​ໜ້າ​ຂ້ຽວຂາດ​ທີ່​ສຸດ,ຄັນອາ​ໄສ​ແຕ່​ກຳລັງ​ຂອງ​ອີຣັກຈະ​ສະກັດ​ກັ້ນ​ເຫດການ​ກຳລັງ​ຮຸນ​ແຮງ​ບໍ່​ໄດ້.ສະ​ນັ້ນ,ຈິ່ງ​ຕ້ອງການ​ກຳລັງ​ພາກ​ພື້ນ​ແລະ​ສາກົນ​ໃຫ້ການ​ສະໜັບສະໜູນ​ແກ່​ອີຣັກ.

ທ່ານ​ຈີ​ບາ​ລີ​ກ່າວ​ວ່າ,ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດອ້ອມ​ຂ້າງ​ອີຣັກຄັ້ງ​ທີ6​ໄດອຳນວຍໂອກາດ​ໃຫ້​ແກ່​ອີ​ຣັກ​ແລະ​ປະ​ເທດ​ໃກ້​ຄຽງ​ຈັດການ​ຫາລື​ກັນ​ຢ່າງກົງ​ໄປ​ກົງ​ມາ,ມີ​​ໄມ​ຕິ​ຈິດ​ແລະ​​ໂປ່​ງ​ໃສ.ປະ​ເທດ​ໃກ້ຄຽງ​ອີຣັກຄວນ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ແລະ​ບັງ​ເກີດ​ຜົນ​ກັບ​ລັດຖະບານ​ຊົ່ວຄາວ​ອີຣັກ.ທ່ານ​ກ່າວ​ລື້​ມວ່າ,​ໃຕ້​ສະຖານະ​ການ​ໃນ​ສະ​ເພາະ​ໜ້າ,ການ​ຮຽກຮ້ອງ​​ໃຫ້​ຖອນກອງ​ທະຫານ​ຕ່າງປະ​ເທດ​ອອກ​ຈາກ​ອີຣັກນັ້ນ​ແມ່ນ​ບໍ່​ຕິດ​​ແທດ​ຕົວ​ຈິງ.