ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-22 09:25:48    
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກທີ່​ໄຂ​ຂຶ້ນຢູ່​ເລີ​ແກນັ້ນ​ໄດ້​ອັດ​ລົງ(ພາບ)

cri

ທ່ານຊີບາລີ ລັດຖະມົນຕີການຕ່າງປະເທດຂອງລັດຖະບານຊ່ົວຄາວຂອງອີຣັກທ່ີ
ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງປະເທດອ້ອມຂ້າງອີຣັກ
ຕ້ອນຮັບການສຳພາດຂອງນັກຂ່າວ

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກຄັ້ງທີ 6 ທີ່​​ໄຂ​ຂຶ້ນຢູ່​ເລີ​ແກ​ເປັນ​ເວລາ​ມື້ໜຶ່ງ​ນັ້ນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 21 ກໍລະກົດ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ໄດ້​ກ່າວ​ລື້ມ​ການສະໜັບສະ​ໜູນ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ.ຖະ​ແຫຼງການ​ສຸດ​ທ້າຍ​ທີ່​ກອງ​ປະຊຸມ​ປະກາດ​ນັ້ນຂຽນ​ວ່າ,ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກສະ​ແດງ​ຄວາມ​ເປັນ​ຫ່ວງ​ນຳ​ສະຖານະ​ການ​ອີຣັກທີ່​ບໍ່​ມີສະຖຽນ​ລະ​ພາບ​ແລະ​ຜົນ​ສະທ້ອນ​ທາງ​ລົບ​ທີ່​ມີ​ຕໍ່​ຂະ​ບວນການ​ກໍ່ສ້າງ​ການ​ເມືອງ​ຂອງ​ອີຣັກຄືນ​ໃໝ່. ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ຊົມ​ເຊີຍ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ອີຣັກກ່ຽວ​ກັບ​ການ​ໄຂ​ກອງ​ປະຊຸມ​ປະສານ​ງານ​ຂອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກ,​ເພື່ອ​ຫາລື​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ.ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ຍັງ​ໄດ້​ກ່າວ​ເນັ້ນວ່າ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອີຣັກ​ແລະ​ຄວາມ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ເສີມ​ຂະຫຍາຍ​ບົດບາດ​ແກນ​ກາງ​ໃນ​ຂະ​ບວນການ​ສ້າງສາ​ອີຣັກຄືນ​ໃໝ່.