ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-24 17:12:26    
ຊີ​ເລຍ​ກ່າວ​ວ່າ,​ກອງ​ທະ​ຫານ​ນາ​ນາ​ຊາດ​ຖອນ​ອອກ​ຈາກ​ອີ​ຣັກ​ມີ​ຜົນ​ດີ​ຕໍ່​ການ​ສິ້ນ​ສຸດ​ກຳລັງ​ຮຸນ​ແຮງ​ຢູ່​ອີ​ຣັກ

cri
CRIລາຍ​ງານວ່າ:ວັນ​ທີ23​ກໍລະກົດ,​ໃນ​ເວລາ​ເຈລະຈາ​ກັບ​ທ່ານ​ອາ​ລາ​ວີ ນາຍົກລັດຖະ​ມົນຕີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ທີ່​ໄປ​ຢ້ຽມ​ຢາມ,​ທ່ານ​ໂອ​ຕຼີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ​ເລຍ​ຊີ້​ອອກ​ວ່າ, ​ກອງ​ທະ​ຫານ​ນາ​ນາ​ຊາດ​ຖອນ​ອອກ​ຈາກ​ອີ​ຣັກ​ຈະ​ມີ​ຜົນ​ດີ​ຕໍ່​ການ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ຢູ່​ອີ​ຣັກ.

ທ່ານ​ໂອ​ຕຼີດ​ເວົ້າວ່າ,ການ​ຖອນ​ທະຫານ​ຍຶດຄອງ​ອອກ​ຈາກ​ອີຣັກ​ແມ່ນ​ປັດ​ໄຈ​ອັນ​ສຳ​ຄັນ​ທີ່​ຊ່ອຍ​ອີ​ຣັກ​ສິ້ນ​ສຸດ​ການ​ວຸ້ນ​ວາຍ​ດ້ານ​ການ​ເມືອງ ການ​ລອບ​ສັງ​ຫານ​ແລະ​ກຳລັງ​ຮຸນ​ແຮງ,​ທັງ​ມີ​ຜົນ​ດີ​ຕໍ່​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.​ທ່ານ​ເວົ້າວ່າ,​ໃນ​ຍາມ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະຈຸ​ບັນ​ນີ້,​ຊີ​ເລຍ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ອີ​ຣັກ​ປົກ​ປັກ​ຮັກສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ຟື້ນ​ຟູ​ອະ​ທິ​ປະ​ໄຕ​ທັງ​ໝົດ,​ແລະ​ຈະ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ໃຫ້​ອີ​ຣັກ.​ທ່ານ​ໂອ​ຕຼີດ​ກ່າວ​ລື້ມ​ວ່າ,​ຊີ​ເລຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອີ​ຣັກ​ໃນ​ທຸກ​ຂົງ​ເຂດ.