ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-25 16:18:17    
ປະ​ເທດ​ທີ່​ກ່ຽວຂ້ອງ​ພະຍາຍາມ​ກອບ​ກູ້​ເອົາ​ຕົວ​ປະ​ກັນ​ທີ່​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ,ລັດ​ເຊຍ​ແລະ​ປາ​ກີ​ສະຖານ​​ບໍ່​ມີ​ແຜນການ​ຈະ​ສົ່ງ​ທະຫານ​ໄປ​ອີຣັກ

cri

CRI​ລາຍ​ງານ​ວ່າ,ວັນ​ທີ24​ກໍລະກົດ,ປະ​ເທດ​ຈຳນວນ​ໜື່ງສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ກອບ​ກູ້​ເອົາ​ຕົວ​ປະກັນ​ຂອງ​​ເອຢິບ,ອິນ​ເດຍ​ແລະ​ຂອງ​ປະ​ເທ​ດອື່ນໆ​ທີ່​ຖືກ​ຜູ່​ປະກອບ​ອາວຸດ​ອີຣັກລັກ​ພາ​ຕົວ.

ວັນ​ທີ24​ກໍລະກົດ,ທ່ານ​ອາ​ບູ​​ແກັດ ລັດຖະມົນຕີການ​ຕ່າງປະ​ເທດ​​ເອຢິບ​ແລະ​ທ່ານ​ຮາ​ມິດ ອາ ປາຢາ​ທີ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຊ່ົວ​ຄາວ​ອີຣັກຕ່າງ​ໄດ້​ກ່າວ​ວ່າ,ສອງ​ປະ​ເທດ​ພວມ​ພະຍາຍາມ​ກອບ​ກູ້​ເອົາ​ຜູ່​ຂັບ​ລົດ​ກາ​ມີ​ຍົງ​​ຜູ່​ໜ່ຶງແລະ​ເຈົ້າ​ໜ້າ​ທີ່​ການ​ທູດ​ຜູ່​ໜຶ່ງ​ຂອງ​ເອຢິບທີ່​ຖືກ​ຜູ່​ປະກອບ​ອາວຸດ​ອີຣັກລັກ​ພາ​ຕົວ.​ໃນ​ມື້​ດຽວ​ກັນ,ທ່ານ​ຊີງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດ​ຍກໍ​ກ່າວ​ວ່າ,ລັດຖະບານ​ອິນ​ເດຍພວມ​ອອກ​ແຮງ​ສຸດ​ຂີດ​ກອບ​ກູູ້ຊາວ​ອິນ​ເດຍສາມ​ຄົນ​ທີ່​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ.

ນອ​ກນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ24​ກໍລະກົດ,ພາຍຫຼັງທ່ານ​ລັຟລົຟ ລັດຖ​ະມົນຕີ​ການ​ຕ່າງປະ​ເທດ​ລັ​ດ​ເຊຍ​ແລະທ່ານ​ຈີ​ບາ​ລີ ລັດຖະມົນຕີ​ການຕ່າງປະ​ເທດ​​ລັດຖະບານ​ຊົ່ວຄາວ​ອີຣັກຈັດການ​ເຈລະຈາ​ແລ້ວ,ທ່ານຢາ​ໂຄ​ແວນ​ໂຄ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ກ່າວ​ລື້​ມວ່າ,ລັດ​ເຊຍ​ບໍ່​ມີ​ແຜນການ​ທີ່​ຈະ​ສົ່ງ​ກອງ​ທະຫານ​ຮັກສາ​ສັນຕິພາບ​ໄປ​ອີຣັກ.​ໃນ​ມື້​ດຽວ​ກັນ,ທ່ານ​ລາ​ຊິດ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການພັດທະ​ນາ​ສື່​ມວນ​ຊົນ​ປາ​ກີ​ສະຖານ​ກ່າວ​ເນັ້ນ​ວ່າ,​ໃນ​ບັນຫາ​ສ່ົງ​ທະຫານ​​ໄປ​ອີຣັກ,ລັດຖະບານ​ປາ​ກີ​ສະຖານ​ຈະ​ວາງ​ຜົນ​ປະ​ໂຫຍ​ດ​ແຫ່ງຊາດ​ແລະຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​​ໄວ້​ຢູ່​ໃນ​ຖານະ​ອັນ​ດັບໜຶ່ງ.