ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-27 10:34:12    
ເຈົ້າໜ້າ​ທ່ີ​ການ​ທູດ​ເອຢິບ​ທ່ີ​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກຖືກ​ປ່ອຍ​ຕົວ

cri

ຕາມ​ຂ່າວສານ​ຊິນ​ຮວາ: ທ່ານເຮນມີ ຄຸດຕັບ ເຈົ້າໜ້າທ່ີການທູດຊັ້ນສູງຂອງສະຖານ ທູດເອຢິບປະຈຳອີຣັກທ່ີຖືກລັກພາຕົວ​ໃນ 3 ມື້ກ່ອນໄດ້ຖືກປ່ອຍຕົວໃນວັນ​ທີ 26 ກໍລະກົດ​ແລ້ວ.

ຕອນຄ່ຳມື້ດຽວກັນ, ໂທລະພາບອານ ຈາຊີລາແຫ່ງກາຕາໄດ້ສາຍວີດີໂອທ່ີກ່ຽວຂ້ອງ. ໃນວີດີໂອ, ຜູ່ທ່ີເວົ້າຕົນເອງ​ແມ່ນສະມາຊິກອົງການປະກອບອາວຸດກອງພົນນ້ອຍສິງໂຕ ອາລາອີຣັກກ່າວວ່າ, ຍ້ອນທ່ານເຮນມີ ຄຸດຕັບມີການເຊ່ືອຖືອັນສັດທາແລະມີສິນທຳອັນ ສູງສ່ົງ, ອົງການດ່ັງກ່າວຕົກລົງປ່ອຍທ່ານ.

ແຕ່ຢູ່ອີຣັກເກີດ​ເຫດການລັກພາຕົວປະກັນຢ່າງ​ເນ່ືອງນິດ​ໃນ​ເດືອນ​ເມສາເປັນຕົ້ນມາ, ທ່ານຄຸດຕັບແມ່ນເຈົ້າໜ້າທ່ີການທູດປະຈຳອີຣັກຜູ່ທຳອິດທ່ີຖືກລັກພາຕົວ.