ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-27 15:07:20    
ອາ​ເມ​ລິ​ກາຮັບຮອງ​ເປັນຄັ້ງທຳ​ອິດ​ວ່າ ຢູ່​ອີຣັກ​ໄດ້​ກັກ​ຂັງຊາວ​ໜຸ່ມ​ເຍົາວະ​ຊົນ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ກໍລະກົດ​ນີ້ ​ໂທລະພາບ​ຊ່ອງ​ໜ່ຶງ​ຂອງ​ເຢຍລະ​ມັນ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ຮັບຮອງ​ເປັນຄັ້ງທຳ​ອິດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ກັກ​ຕົວ​ຊາວ​ອີຣັກບໍ່​​ເຕັມກະສຽນ​ອາຍຸງວດ​ໜ່ຶງດ້ວຍ​ຂ້ໍ​ອ້າງ​ວ່າ "ຄວາມ​ປອດ​ໄພ"​.

​ໃນ​ລາຍການ​ໜ່ຶງ​ຂອງ​ໂທລະພາບ​ດ່ັງກ່າວ, ​ໂຄສົກ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ກ່າວ​ວ່າ, ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ກັກ​ຂັງ​ຊາວ​ໜຸ່ມ​ເຍົາວະ​ຊົນ​ອີຣັກ 58 ຄົນ​ຢູ່​ຄຸກ​ອາ​ບູກຼາອິບ​ເປັນຕົ້ນ, ຊາວ​ໜຸ່ມ​​ເຍົາວະ​ຊົນອີຣັກ​ເຫຼ່ົານີ້​ມີອາຍຸ​ແຕ່ 14 ປີ​ຫາ 17 ປີ. ທ່ານ​ເວົ້າວ່າ, ຖ້າ​​ເກີດມີ​ເຫດການ​ທໍລະມານ​​ແລ້ວ, ​ເຈົ້າໜ້າ​ທ່ີ​ທະຫານ​ອາ​ເມ​ລິ​ກາ​ຈະສຳຫຼວດຢ່າງຈິງ​ຈັງ, ​ແຕ່​ປະຈຸ​ບັນ​ມີ​ແຕ່​ເຫດການ​ລາຍ​ດຽວ​ທໍ່​ນັ້ນ​ໄດ້​ຖືກ​ສຳຫຼວດ.​

ໃນ​ລາຍການ​ໂທລະພາບ​ດຽວ​ກັນນີ້, ​ເລຂາທິການ​ອົງການ​ນີລະ​ໂທດ​ສາກົນ​ສາຂາ​ເຢຍລະ​ມັນ​ກ່າວ​ວ່າ, ​ທະຫານ​ອາ​ເມ​ລິ​ກາ​ທໍລະມານ​ຊາວ​ໜຸ່ມ​​ເຍົາວະ​ຊົນອີຣັກທ່ີ​ຖືກ​ກັກ​ຂັງ​ບໍ່​ແມ່ນ​ມີ​ພຽງ​ແຕ່​​ເຫດການ​ລາຍດຽວ​ຢ່າງ​ແນ່ນອນ, ອົງການ​ດ່ັງກ່າວ​ໄດ້​ຮູ້​ວ່າ ຢູ່​​ເມືອງບາສລາ​ເກີດ​ເຫດການ​​ເຍົາວະ​ຊົນອີຣັກທ່ີອາຍຸ 16 ປີຜູ່​ໜ່ຶງຕາຍ​ໄປ​ພາຍຫຼັງຖືກທະຫານ​ອາ​ເມ​ລິ​ກາ​ກັກ​ຂັງ.