ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-30 09:51:39    
ອີຣັກ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ການ​ເມືອງ​ແຫ່ງ​ຊາດ​ໂດຍ​ມີ​​ພັນ​ຄົນ​ເຂົ້າ​ຮ່ວມ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29​ກໍລະກົດ,ຄະນະ​ກຳມະການ​ກະກຽມ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ອີຣັກເຜີຍ​ໃຫ້​ຮູ້​ວ່າ,ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​​ທີ່​ແຕ່​ເດີມ​​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ31ກໍລະກົດ​ນັ້ນຖືກ​ເລື່ອນ​ເວລາ​ຈັດ​ຂຶ້ນ​ໃນ​ວັນ​ທີ15​ສິງຫາ.

ຕາມ​ຜູ່​ຈັດຕັ້ງຜູ່​ໜຶ່ງ​ຂອງ​ກອງ​ປະຊຸມ​ເວົ້າວ່າ,​ເພື່ອ​ຍາດ​ແຍ່ງ​ພັກ​ຝ່າຍ​ຍິ່ງ​ຫຼາຍຢູ່ພຍາ​ໃນ​ປະ​ເທດອີຣັກ​ເຂົ້າຮ່ວມ​ກອງ​ປະຊຸມ,ພ້ອມ​ດ້ວຍ​ພິຈາລະນາ​ເຖິງ​ສະຖານະ​ການ​ຄວາມ​ປອດ​ໄພ​ອີຣັກໃນ​ປະຈຸ​ບັນ​ນີ້​,ຄະນະ​ກຳມະການ​ກະກຽມ​ຕົກລົງ​ເລື​່ອນ​ເວລາ​ຈັດ​ກອງ​ປະຊຸມ​ຄັ້ງນີ້​ໂດຍ​ອີງ​ຕາມ​ການສະ​ເໜີ​ຂອງ​ຝ່າຍ​ສະຫະ​ປະຊາ​ຊາດ.

ໜ້າ​ທີ່​ຂອງ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​​ອີຣັກ​ແມ່ນ​ເລືອກຮ້ອຍ​ຄົນ​ຈາກ​ຜູ່​ຮ່ວມ​ປະຊຸມ​ພັນ​ຄົນ​ແລ້ວ​ປະກອບ​ເປັນ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ,ຮັບຜິດ​ຊອບ​ຕິດຕາມ​ກວດກາ​ວຽກ​ງານ​ລັດຖະບານ​ຊົ່ວຄາວ​ອີຣັກກ່ອນ​ຈັດການ​ເລ​ືອກຕັ້ງທົ່ວ​ໄປ​ໃນ​ເດືອນ​ມັງກອນ​ປີ2005.