ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-30 18:23:33    
ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກລົບ​ເລວ​ກັບ​ຜູ່​ປະ​ກອບ​ອາວຸດ​ຟາ​ລູຈາ​ຢ່າງ​ດຸ​ເດືອດ

cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຕອນ​ກາງຄືນ​ວັນ​ທີ 29 ກໍລະກົດ​ເວລາ​ທ້ອງ​ຖິ່ນ ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ລົບ​ເລວ​ກັບ​ຜູ່​ປະກອບ​ອາວຸດ​ຟາ​ລູຈາ​ຢ່າງ​ດຸ​ເດືອດ. 7 ຄົນ​ຖືກ​ຍິງ​ຕາຍ​ໃນ​ການ​ຍິງ​ໃສ່​ກັນ, 11 ຄົນ​ບາດ​ເຈັບ. ຜູ່​ເສຍ​ຊີວິດ​ແລະ​ບາດ​ເຈັບ​ລ້ວນ​ແຕ່​ແມ່ນຊາວ​ອີຣັກ.

​ໂທລະພາບ​ອານ​ຈາ​ຊີ​ລາ​ຂອງ​ກາ​ຕາລາ​ຍງານ​ວ່າ,ການ​​ເລວ​ກັນ​ຢ່າງ​ດຸ​ເດືອດ ເກີດ​ຂຶ້ນຢູ່​ເຂດ​ອຸດສາຫະກຳ​ທີ່​ບ່ອນ​ເຂົ້າ​ເມືອງ​ຟາ​ລູຈາ. ຍົນ​ເຮ​ລິ​ກົບ​ປະກອບ​ອາວຸດ​ແລະ​ລົດ​ຕັງ​ຂອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖິ້ມລະ​ເບີດຮະຮາມ​ໃສ່​ເຂດ​ດັ່ງກ່າວ.

ຕາມ​ຖະ​ແຫຼງການ​ສະບັບ​ໜຶ່ງ​ທີ່​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກປະກາດ​ໃນ​ວັນ​ທີ 30 ກໍລະກົດ​ຂຽນ​ວ່າ ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໄດ້​ເຂົ້າຮ່ວມ​ການຫຼອນ​ໂຈມ​ຕີ​ຂອງ​ທະຫານ​ອາ​ເມ​ລິ​ກາ​ຕໍ່ຜູ່​ປະກອບ​ອາວຸດ​ໃນ​ທ້ອງ​ຖິ່ນ​ເທື່ອ​ນີ້. ນັບ​ມາ​ຮອດ​ປະຈຸ​ບັນ,ການ​ສູ້​ລົບ​ຍັງ​ພວມ​ດຳ​ເນີນ​ຢູ່.