ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-01 16:43:57    
ນາຍົກລັດຖະມົນຕີ​ອີຣັກເລີ່​ມຢ້ຽມຢາມ​ໂກ​ແວັດ​ຢ່າງ​ເປັນ​ທາງ​ການ; ເມືອງ​ແບກ​ແດດ​ແລະ​ແຫ່ງ​ຕ່າງໆ​​ເກີດ​ເຫ​ດການລະ​ເບີດ​ແລະຍິງ​ປືນ​ໃສ່ກັນ​ອີກ

cri

CRIລາຍ​ງານ​ວ່າ,ວັນ​ທີ31​ກໍລະກົດ,ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ເດີນທາງ​ໄປ​ຮອດ​ໂກ​ແວັດ,​ເລີ່​ມຢ້ຽມຢາມ​ໂກ​ແວັດ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ3​ມື້.ນີ້​ແມ່ນ​ຫົວໜ້າ​ລັດຖະບານ​ອີຣັກຢ້ຽມຢາມ​ໂກ​ແວັດ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ສົງ​ຄາມ​ອ່າວ​ເປີ​ເຊຍ​ສິ້ນ​ສຸດ​ລົງ​​ເມື່ອ​ປີ1991.

ພ້ອມ​ກັນ​ນັ້ນ,ສະຖານະ​ການ​ອີຣັກຍັງ​ຂ້ຽວ​ຂາດ​ຢູ່ຕໍ່​ມາ, ໃນ​ວັນ​ທີ 31 ກໍລະກົດ ຍົນ​ທະຫານອາ​ເມ​ລິ​ກາ​ຖິ້ມ​ລະ​ເບີດ​ໃສ່​ເມືອງ​ຟາ​ລູຈາ​​ແລະໃນ​ການຍິງ​ປືນ​ໃສ່​ກັນລະຫວ່າງ​ກອງ​ທະຫານ​ອາ​ເມ​ລິ​ກາ​ກັບ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ຂອງ​ອີຣັກທ່ີ​ເກີດ​ຂຶ້ນ​ໃນ​ວັນ​ທີ 30 ກໍລະກົດ, ຢ່າງ​ໜ້ອຍ​ມີ​ຊາວ​ອີຣັກ 10 ຄົນ​​ເສຍ​ຊີວິດ, 40 ຄົນ​ບາດ​ເຈັບ. ວັນ​ທີ1​ສິງຫາ​,ກາງ​ເມືອງ​ແບກ​ແດດ​​ໄດ້​ເກີດ​ເຫດການ​ລະ​ເບີດ​ຢູ່ຂ້າງ​ທາງ,​ເຮັດ​ໃຫ້2​ຄົນ​ເສຍ​ຊີວິດ,2ຄົນ​ບາດ​ເຈັບ.ຢູ່​ນອກ​ຫ້ອງ​ການ​ຕຳ​ຫຼວດ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ​ໃນ​ເມືອງ​ໂມ​ຊຸນ​ເມືອງ​ພາກ​ເໜືອ​ອີຣັກ​​ໄດ້ເກີດ​ເຫດການ​ລະ​ເບີດສະ​ຫຼະ​ຊີວິດ​ລາຍ​ໜຶ່ງ,​ເຮັດ​ໃຫ້ 4​ຄົນ​ເສຍຊີວິດ, 34 ຄົນ​ບາ​ດ​ເຈັບ. ນອກ​ນີ້,ພາຍ​ຫຼັງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ຍິງ​ຕໍ່​ສູ້ກັບ​ຜູ່​ປະກອບ​ອາວຸດ​ອີຣັກ​ຢູ່​ຟາ​ລູຈາ​ໃນ​ວັນ​ທີ31​ກໍລະກົດ​ແລ້ວ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ1​ສິງຫາ,ກອງທະຫານ​ອາ​ເມ​ລິ​ກາ​ໄດ້​ຍິງປືນ​ໃຫຍ່​ໃສ່​ເມືອງ​ດັ່ງກ່າວ.​ການຍິງ​ສູ້ກັນ​ແລະ​ຍິງ​ປືນ​ໃຫຍ່​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ຊາວ​ອີຣັກ​ເສຍຊີວິດ 8 ຄົນ,36​ຄົນ​ບາດ​ເຈັບ.