ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-03 10:21:39    
ຕົວ​ປະກັນ​ຕວກກີ​ຜູ່​ໜື່ງຖືກ​ຍິງ​ຕາຍ​ຢູ່​ອີຣັກ(ພາບ)

cri

ຕາມ​CRI,ວັນ​ທີ2​ສິງຫາ,ວີ​ດີ​ໂອ​ຕອນ​ໜຶ່ງ​ທີ່​ສາຍ​ຢູ່​ເທິງ​​ແວັບ​ໄຊ​ອິສລາມ​ແຫ່ງ​ໜ່ືງສະ​ແດງ​ໃຫ້​​ເຫັນ​ວ່າຕົວ​ປະກັນ​ຕວກກີ​ຜູ່​ໜື່ງທີ່​ຖືກ​ລັກພາຕົວ​ຢູ່​ອີຣັກ​ຖືກ​ກອງ​ປະກອບ​ອາວຸດ​ອີຣັກ​ຍິງ​ຕາຍ​ແລ້ວ.

              

ຕາມ​ການລາຍ​ງານ​ວ່າ,ຕົວ​ປະກັນ​ຜູ່​ນີ້​ແມ່ນ​ຖືກ​ອົງການທໍ​ຮີດ​ແລະ​ຈີ​ຮາດທີ່​ນຳ​ໂດຍ​ທ່ານ​ຈາ​ກາ​ວີ​ຫົວໜ້າ​ນຳ​ເບີ​ສາມ​ຂອງ​ອົງການ​ອານ​ເຄດາ​ຍິງ​ຕາຍ.​ວັນ​ທີ2​ສິງ​ຫາ,​ອົງ​ການ​ດ່ັງ​ກ່າວ​ຍັງ​ກ່າ​ວວ່າ,ຈະ​ປ່ອຍ​ຕົວ​ຜູ່​ຂັບ​ລົດ​ຊາວ​ໂຊ​ມາລີ​ຜູ່​ໜຶ່ງທີ່​ຖືກ​ອົງການ​ດ່ັງກ່າວ​ລັກ​ພາ​ຕົວ.

                      

ພາຍຫຼັງ​ໄດ້​ປະກາດ​ວິ​ດີ​ໂອ​ດັ່ງກ່າວ​​ແລ້ວ,ສະມາຄົມ​ຜູ່​ຂັບ​ລົດ​ກະ​ມີ​ຍົງ​ຂອງ​ຕວກກີ​ປະກາດ​ຈະ​ເຊົາ​ຂົນ​ສົ່ງ​ວັດຖຸ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີລັກ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງຜູ່​ຂັບ​ລົດ​ກະ​ມີ​ຍົງ​ອີກ​ຜູ່​ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ.​ວັນ​ທີ2​ສິງຫາ,​ເຈົ້າ​ໜ້າ​ທີ່​ຊອກ​ດາ​ນີ​ຮຽກ​ຮ້ອງ​ອີ​ລັກ​ຈົ່ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາທາງ​ປາກ​ເປົ່າ​ທີ່​ໃຫ້ການ​ປົກ​ປ້ອງ​​​ແກ່​ຜູ່ຂັບ​ລົດ​ຊອກ​ດາ​ນີ​ໂດຍ​​ໄວ.

             
ນອກ​ນີ້,ຕາມ​ຂ່າວ​ແຈ້ງ​ວ່າ,ວັນ​ທີ2​ສິງຫາ,ທ່ານ​ມາ​ຊູດ​ຮານ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ​ກ່າວ​ວ່າ,ພາຍ​ໃຕ້​ສ​ະຖານະ​ການ​​ສະ​ເພາະ​ໜ້າ,ປາ​ກີ​ສະຖານ​​ຈະ​ບໍ່ສ່ົງ​ທະຫານ​ໄປ​ອີຣັກ.ນີ້​ແມ່ນ​ລັດຖະບານ​ປາ​ກີ​ສະຖານ​ສະ​ແດງ​ທ່າ​ທີ​ຢ່າງ​ຈະ​ແຈ້ງ​ໃນ​ບັນຫາ​ຈະ​ສ່ົງ​ທະຫານ​​ໄປ​ອີຣັກຫຼື​ບໍ່ເປັນ​ຄັ້ງ​ທຳ​ອິດ