ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-07 17:12:42    
ທ່ານ​ບຸ​ສປະຕິ​ເສດ​ວາງ​ຕາລາງ​ເວລາ​ຖອນກອງ​ທະຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ6​ສິງຫາ,ຢູ່​ວໍ​ຊິງ​ຕັນ,ທ່ານ​ບຸ​ສປະທານາທິບໍດີ​ອາ​ເມ​ລິ​ກາ​​ໄດ້​ກ່າວ​ຄຳ​ໃສ,​ປະຕິ​ເສດ​ວາງ​ຕາລາ​ງ​ເວລາ​ຖອນກອງ​ທະ​ຫານ​ອາ​ເມ​ລິ​ກາ​​ອອກ​ຈາ​ກອີຣັກ.ທ່ານ​ກ່າວ​ວ່າ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະມານ1​​ແສນ4​ໝື່ນ​ຄົນ​ທີ່​ປະຈຳ​ຢູ່​ອີຣັກນັ້ນ​ຈະ​ປະຈຳ​ຢູ່ອີຣັກຕາມ​ຄວາມ​ຕ້ອງການ.ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຖອນ​ອອກ​ຈາກ​ອີຣັກກ່ອນ​ຊ່ວຍ​​​ອີຣັກກາຍ​ເປັນ​ປະ​ເທດ​ປະຊາທິປະ​ໄຕ.​

ແຕ່​ທ່ານ​ບຸ​ສປະກາດ​ວ່າ​ສົງຄາມ​ຕົ້ນຕໍ​ຢູ່​ອີຣັກ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ເດືອນ​ພຶດສະພາ​ປີ​ກາຍມາ​ຮອດ​ປະຈຸ​ບັນ,ການ​ຍຶດຄອງ​ອີຣັກທາງ​ການທະຫານ​ຂອງກອງ​ທະຫານ​ນາໆ​ຊາດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​​ກາຍ1​ປີ​ແລ້ວ.ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກນັບ​ມື້​ນັບ​ເນື່ອງນິດ​ແລະ​ດຸ​ເດືອດ.​ແຕ່​​ເກີດ​ສົງຄາມ​ອີຣັກມາ​ນີ້,​ໄດ້​ມີ​ທະຫານ​ອາ​ເມ​ລິ​ກາ​ເກື​ອບ1ພັນ​ຄົນ​ຕາຍ​ຢູ່​ອີຣັກ.