ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-08 16:44:57    
ປາ​ເລັດ​ສະຕິ​ນຈັດ​ວາງ​ກອງ​ຕຳ​ຫຼວດ​ຢູ່​ຕົວ​ເມືອງ​​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຄືນ​ໃໝ່

cri
CRIລາຍ​ງານ​ວ່າ:ວັນ​ທີ7​ສິງຫາ,ອົງການຮັກສາ​ຄວາມ​ປອດ​​ໄພ​ຂອງ​ປາ​ເລັດ​ສະຕິ​ນ​ເລີ່​ມ ຈັດ​ວາງກອງ​ຕຳຫຼວດຢູ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນຄືນ​ໃໝ່.

ພາຍຫຼັງການ​ປະ​ທະ​ກັນ​ລະຫວ່າງປາ​ເລັດ​ສະຕິ​ນອິດສະລະ​ແອນ​ຮອບ​ໃໝ່​​ເກີດ​ຂຶ້ນໃນ​ເດືອນ​ກັນຍາ​ປີ2000​ແລ້ວ,ອິດ​ສະລະ​ແອນ​​ຫ້າມຕຳຫຼວດ​ປາ​ເລັດ​ສະຕິ​ນ​ໃນ​ເຂດ​ປາ​ເລັດ​ສະຕິ​ນປົກຄອງ​ຕົນ​ເອງ​ທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນຖືອາວຸດ​ໃດໆ,ອັນ​ໄດ້​ເຮັດ​ໃຫ້ກອງ​ຕຳຫຼວດ​ປາ​ເລັດ​ສະຕິ​ນປະຕິບັດ​ໜ້າ​ທີ່​ຢ່າງ​ບັງ​ເກີດ​ຜົນ​ບໍ່​ໄດ້.

​ເຈົ້າໜ້າ​ທີ່​ຮັກສາຄວາມ​ປອດ​ໄພ​​ປາ​ເລັດ​ສະຕິ​ນ​ເຜີຍ​ໃຫ້​ຮູ້​ວ່າ,​ຝ່າຍ​ປາ​ເລັດ​ສະຕິ​ນກັບ​ຝ່າຍ ອິດສະລະ​ແອນ​ຈະ​ຈັດ​ກອງ​ປະຊຸມ​ຄວາມ​ປອດ​ໄພຊັ້ນສູງ​ໃນ​ໄວໆ​ນີ້,ປຶກ​ສາ​ຫາລື​ບັນຫາ​ທີ່​ຈັດວາງ​ກອງ​ຕຳຫຼວດຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​​ແມ່ນ້ຳຈໍ​ແດນ​ນັ້ນ​ເປັນ​ຈຸດ​ໜັກ.

ໃນຂະນະດຽວກັນນີ້,ທ່ານເບລີນ ອະດີດລັດຖະມົນຕີກະຊວງຕຸລາການຂອງອິດສະລະ ແອນແລະທ່ານລາໂບ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວປາເລັດສະຕິນ ເຊ່ິງທັງ​ສອງ​ຄົນເປັນຜູ່ລິເລີ່ມ《ຂໍ້​ລິ​ເລີ່​ມ​ເຊີ​ແນວ》ຮຽກຮ້ອງ​ສອງ​ຝ່າຍ​ປາ​ເລັດ​ສະຕິ​ນອິດ​ສະລະ​ແອນ​ຟຶ້ນຟູ​ການ​ເຈລະຈາ.