ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-09 11:28:37    
ອົງການພະລັງ​ປະລະມານູ​ສາກົນ​ສິ້ນ​ສຸດ​ການ​ກວດກາອີຣັກຄັ້ງທຳ​ອິດ​ຫລັງ​ສົງຄາມ​ອີຣັກ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 7 ພາຍຫລັງ​ຜູ່​ກວດກາ​ຂອງ​ອົງການພະ​ລັງປະລະມານູ​ສາກົນ​ໄດ້​ສິ້ນ​ສຸດ​ວຽກ​ງານ​ກວດກາ​ອຸປະກອນ​ນິວ​ເຄຼຍ​ຢູ່​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທ່ີ​ຕັ້ງຢູ່ພາກ​ໃຕ້​ແບກ​ແດດ ນະຄອນຫລວງ​ອີຣັກ​ແລ້ວ,​ໄດ້​ກັບ​ຄືນ​ສຳນັກງານ​ໃຫຍ່​ອົງການ​ພະລັງ​ປະລະມານູ​ສາກົນ​ທ່ີ​ກຸງ​ວຽນ.ນີ້​ແມ່ນ​ການ​ກວດກາ​ນິວ​ເຄຼຍອີຣັກຄັ້ງທຳ​ອິດ​ຂອງ​ອົງການ​ດັ່ງກ່າວຫລັງ​ສົງຄາມ​ອີຣັກ.

ມື້​ດຽວ​ກັນ ອົງການ​ພະລັງ​ປະລະມານູ​ສາກົນ​ໄດ້​ອອກ​ປະກາດ​ຖະ​ແຫລ​ງ​ຂ່າວ​ສະບັບ​ຫນຶ່ງ​ກ່າວ​ວ່າ, ອຸປະກອນ​ນິວ​ເຄຼຍຫລາຍ​ໂຕນທ່ີ​ວາງ​ໄວ້​ຢູ່​ມໍ່​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທ່ີ​ພາກ​ໃຕ້​ແບກ​ແດດ​ແມ່ນ​ອຸລະ​ນຽມ​ທຳ​ມະ​ຊາດ​ແລະ​ອູ​ລະ​ນຽມ​ຂຸ້ນ​ລະດັບ​ຕຳ່,ບໍ່​ແມ່ນ​ສິ່ງ​ສະ​ດຸ້ມ​ໄວ​ໃນ​ດ້ານກັ້ນກາງ​ການ​ແຜ່ຜາຍ.
ທ່ານ​ບາ​ລາ​ດີ ຜູ່​ອຳນວຍ​ການ​ໃຫຍ່​ອົງການ​ພະລັງປະລະມານູ​ສາກົນ​ເວົ້າວ່າ, ຫວັງ​ໃຫ້​ອົງການ​ນີ້​ສາມາດ​ສິ້ນ​ສຸດ​​ຫນ້າ​ທ່ີ​ກວດກາ​ອີຣັກທ່ີ​ມອບ​ຫມາຍ​ໂດຍ​ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ,​ແລ້ວ​ເຮັດ​ໃຫ້​ສະພາ​ຄວາມ​ຫມັ້ນຄົງ​ຍົກ​ເລີກ​ການ​ລົງ​ໂທດ​ແລະ​ຈຳກັດ​ຕໍ່​ອີຣັກ​ໃຫ້​ຫມົດ.