ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 16:07:14    
ຄົນ​ເຈັບ 4 ຄົນ​ຂອງ​ຫວຽດນາມ​ຖືກ​ສົງ​ໄສ​ຕາຍ​ຍ້ອນ​ໄຂ້ຫວັດ​ສັດ​ປີກ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ສິງຫາ ​ເຈົ້າໜ້າ​ທີ່​ປິ່ນປົວ​ຂອງ​ຫວຽດນາມ​ກ່າວ​ວ່າ,ຄົນ​ເຈັບ 4 ຄົນ​ໃນ​ທ້ອງ​ຖິ່ນ​ຖືກ​ສົງ​ໄສ​ຕາຍ​ຍ້ອນ​ໄຂ້ຫວັດ​ສັດ​ປີກ. ສະ​ຖາ​ບັນ​ຄົ້ນຄວ້າ​ພະຍາດ​ແຖບ​ຮ້ອນ​ເມືອງ​ໂຮ​ຈີ​ມິນ​ພວມ​ວິ​ເຄາະ​ເລືອດຕົວ​ຢ່າງ​ຂອງ​ຜູ່​ກ່ຽວ,​ເພື່ອ​ກຳນົດ​ມູນ​ເຫດ​ຕາຍ.

ກ່ອນ​ຕາຍ,ຄົນ​ເຈັບ​ລ້ວນ​ແຕ່​ມີ​ອາການ​ຕ່າງໆ​ເຊັ່ນຖື​ຄີງ​ໄຂ້,ຫາຍ​ໃຈ​ຍາກ,​​ໄອ​ແລະ​ໄອ​ອອກ​ເລືອດ​​ເປັນຕົ້ນ,​ແລະ​ຕາຍ​ແຕ່​ວັນ​ທີ 29 ກໍລະກົດ​ຮອດ​ວັນ​ທີ 2 ສິງຫາ​ຕາມໆ​ກັນ. ຕາມ​ໄດ້​ຊາບ,ຢູ່​ຕົວ​ເມືອງ​ທີ່​ຄົນ​ເຈັບ​ສອງ​ຄົນ​ຢູ່​ນັ້ນ ​ໃນ​ໄລຍະ​ມໍ່ໆ​ນີ້​ເຄີຍ​ມີ​ປະກົດ​ການທີ່​ສັດລ້ຽງ​ຕາຍ.