ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 19:17:48    
ຮອງ​ປະທານາທິບໍດີ​ອີຣັກທວງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ນາ​ຈາ​ຟ

cri
ຕາມ​ຂ່າວCRI:ວັນ​ທີ 11 ສິງຫາ, ທ່ານ​ຈາ​ຟາ​ລີ ຮອງ​ປະທານາທິບໍດີ​ຂອງ​ລັດຖະບານ​ຊົ່ວຄາວ​ຂອງອີຣັກ​ໄດ້​ທວງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຢູ່​ອີຣັກຖອນ​ອອກ​ຈາກ​ເມືອງ​ນາ​ຈາ​ຟ.
​ທ່ານ​ເວົ້າວ່າ, ທະຫານ​ອີຣັກສາມາດ​ຄຸ້ມ​ຄອງ​ເມື​ອງສັກກາລະ​ບູຊາ​ມຸສລິ​ມ​ແຫ່ງ​ນີ້​​ໃຫ້​ດີ, ​ແລະ​​ເຮັດ​ໃຫ້ສະພາບ​ປັ່ນ​ປ່ວນ​ໃນ​ແຫ່ງ​ນັ້ນ​ໃນ​ປະຈຸ​ບັນສິ້ນ​ສຸດ​ລົງ.

ແຕ່​ວັນ​ທີ 5 ສິງຫາ​ເປັນຕົ້ນ​ມາ, ກອງ​ທະຫານ​ນານາ​ຊາດ​ທີ່​ປະຈຳ​ຢູ່​ອີຣັກ​ເຊີ່ງນຳ​ໂດຍທະຫານ​ອາ​ເມ​ລິ​ກາ​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຢ່າງ​ຂະໜາດ​ໃຫຍ່​ກັບ​ທະຫານ​​ເມ​​ເຮິ​ດີ​ທີ່​ນຳ​ໂດຍ​ທ່ານ​ຊາດ໌​ຢູ່​ເມືອງ​ນາ​ຈາ​ຟເປັນຕົ້ນ.