ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 14:16:54    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳອີຣັກ​ປະກາດ​ວ່າ​ຈະ​ດຳ​ເນີນ​ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​ຂະໜາດ​ໃຫຍ່ຕໍ່​ເມືອງ​ນາ​ຈັຟ(ພາບ)

cri

ຕາມ CRI: ວັນທີ 11 ສິງຫາ​ນີ້ ກອງ​ທະຫານ​ອາ​ເມລິ​ກາປະຈຳ​ອີຣັກປະກາດ​ວ່າ, ຈະ​ດຳ​ເນີນ​ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​ຂະໜາດ​​ໃຫຍ່​ຕໍ່​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຢູ່​ເມືອງ​ນາ​ຈັຟ.

        

​ໃນ​ມື້​ດຽວ​ກັນ ທ່ານ​ຊາດ໌​ ຜູ່​ນຳຝ່າຍ​ຕ້ານ​ອາ​ເມ​ລິ​ກາ​ນິກາຍ​ຊີ​ອິດ​ຂອງອີຣັກທ່ີ​ເມືອງ​ນາ​ຈັຟໄດ້​ອອກ​ຖະ​ແຫຼງການ​, ຮຽກຮ້ອງ​ໃຫ້​ຜູ່​ສະ​ໜັບ​ສະ​ໜູນທ່ານ​ຈ່ົງ​ສູ້​ລົບ​ຕໍ່​ໄປ​ພາຍຫຼັງທ່ານ​ປະສົບ​ເຄາະ​ຮ້າຍ.

​ໃນ​ມື້​ດຽວ​ກັນ, ທ່ານອີ​ບຼາຮິມ ​ຈາ​ຟາ​ລີ ຮອງ​ປະທາ​ນາ​ທິບໍດີ​ລັດຖະບານ​ຊ່ົວຄາວ​ອີຣັກຮຽກຮ້ອງ​ໃຫ້​ກອງທະຫານອາ​ເມ​ລິ​ກາ​ປະຈຳ​ອີຣັກຖອນ​ອອກ​ຈາກ​ເມືອງ​ນາ​ຈັຟ, ​ໃຫ້​​ກອງ​ທະຫານ​ອີຣັກ​ເຝົ້າຮັກສາ​ຢູ່ຫັ້ນ; ທ່ານ​ໂມ​ຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ຮຽກ​ຮ້ອງ​ໃຫ້​ບັນດາ​ຝ່າຍ​ທ່ີ​ປະ​ທະ​ກັນ​ຢູ່​ເມືອງ​ນາ​ຈັຟຈ່ົງ​ຢຸດ​ຍິງ​ໂດຍ​ໄວ, ​ແລະ​ດຳ​ເນີນ​ການ​ສົນທະນາ​ທາງ​ການ​ເມືອງ.