ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 14:21:54    
ທະຫານ​ອິສລາ​ແອນ​ຫຼອນໂຈມ​ຕີ​ສູນ​ອົບ​ພະຍົບປາ​ເລັສຕິນຢູ່​ພາກ​ໃຕ້​ກາຊາ​ແລະ​ປິດ​ດ່ານ​ຊາຍ​ແດນລາ​ຟາ

cri

ຕາມCRI: ວັນ​ທີ 11 ສິງຫາ​ນີ້ ກອງ​ທະຫານ​ອິສລາ​ແອນ​ໄດ້​ຫຼອນໂຈມ​ຕີ​ສູນ​ອົບ​ພະຍົບປາ​ເລັສຕິນຄານ ​ໂຢນິສ ທ່ີ​ຢູ່​ພາກ​ໃຕ້​ກາຊາ, ​ແລະ​ປິດ​ດ່ານ​ຊາຍ​ແດນລາ​ຟາ​ອີກ​.

ນອກ​ນີ້ຂ່າວ​ແຈ້ງວ່າ, ທ່ານ​ລັດ​ດີ​ເນ ທ່ີ​ປຶກສາ​ການ​ເມືອງ​ຂອງ​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ກ່າວ​ປະນາມ​ອິສລາ​ແອນ​ງົດ​ແຜນການ​ຝ່າຍ​ປາ​ເລັສຕິນຈັດ​ວາງ​​ຕຳຫຼວດປະກອບ​ອາວຸດຄືນ​ໃໝ​່ຢູ່​ຕົວ​ເມືອງ​ປາ​ເລັສຕິນປົກ ຄອງ​ຕົນ​ເອງ​ທ່ີ​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ

ໃນ​ມື້​ດຽວ​ກັນ ທ່ານ​​ແພຼນ​ເດີ​ກາສທ໌ ຮອງ​ເລຂາທິການສະຫະ​ປະຊາ​ຊາດທ່ີ​ຮັບຜິດຊອບ​ວຽກ​ການ​ເມືອງ​​ຮຽກຮ້ອງ​ໃຫ້​ອິສລາ​ແອນ​ປາ​ເລັສຕິນຈ່ົງປະຕິບັດ​ໜ້າ​ທ່ີ​ທ່ີ​ລະບຸ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ມະນຸດສະທຳ​ສາກົນ, ​ໃຊ້​ມາດ​ຕະການ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ສາມັນ​ຊົນ​ທັງ​ສອງ​ຝ່າຍ.