ໜັງສືພິມເວິນຮຸ້ຍປ້າວຂອງຮົງກົງລາຍງານວ່າ,ຜູ່ຊ່ຽວຊານແລະນັກປາດຈີນແລະຕ່າງປະເທດຮ້ອຍກວ່າຄົນຂອງໂຮງຮຽນຊັ້ນສູງຕ່າງໆຂອງອາເມລິກາເຊັ່ນມະຫາວິທະຍາໄລຮາເວີດ(Harvard) ພາກຕາເວັນອອກອາເມລິກາ ແລະສະຖາບັນເຕັກໂນໂລຢີມາຊາຊູແຊັດ(Massachusetts Institute of Technology)ເປັນຕົ້ນໄດ້ຈັດການເຄື່ອນໄຫວຕາມໆກັນໃນຫວ່າງມໍ່ໆນີ້,ລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽງຜິງຄົບຮອບ100ປີຢ່າງຄຶກຄື້ນ,ອາໄລຫາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງທ່ານເຕິ້ງສຽວຜິງ.
ສະຖານທີ່ງານສົນທະນາລະລຶກຂອງມະຫາວິທະຍາໄລຮາເວີດມີບັນຍາກາດເຄັ່ງຂຶມທີ່ສຸດ.ຢູ່ສະຖານທີ່ປະຊຸມໄດ້ປັກທຸງຊາດຈີນແລະອາເມລິກາ,ຢູ່ສອງຂ້າງທຸງຊາດຕ່າງມີໜ້າຈໍໜ່ວຍໜຶ່ງ,ຜູ່ຮ່ວມປະຊຸມສາມາດເບິ່ງຄຳອະທິບາຍດ້ວຍພາສາອັງກິດແລະພາສາຈີນແລະຮູບພາບຢູ່ເທິງໜ້າຈໍ.ຢູ່ອ້ອມແອ້ມສະຖານທີ່ປະຊຸມໄດ້ວາງກະດານໃຫຍ່4ແຜ່ນ,ວາງສະແດງຮູບຖ່າຍຍອດຢ້ຽມເກືອບ200ໃບຂອງທ່ານເຕິ້ງສຽວຜິງໃນໄລຍະປະຫວັດຕ່າງໆ.
|