ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 18:42:44    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກເປີດ​ການ​ບຸກ​ໂຈມ​ຕີ​ເມືອງ​ນາ​ຈາ​ຟຢ່າງ​ຂະ​ໜາດ​ໃຫຍ່

cri

ຕາມ​ຂ່າວCRI,ວັນ​ທີ12​ສິງຫາ,ຢູ່​ໃຕ້​ການ​ຄຸ້ມ​ກັນ​ຂອງ​ຍົນ​ລົບ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ຢ່າງ​ຂະ​ໜາດ​ໃຫຍ່​ຕໍ່​ກອງ​ປະ​ກອບ​ອາວຸດ​ນະ​ກາຍ​ຊີ​ອິດ​ຕ້ານ​ອາ​ເມ​ລິ​ກາ​ໃນ​ເມືອງ​ນາ​ຈາ​ຟ​ເມືອງ​ສັກກາລະ​ບູຊາ​ຂອງ​ຊາວ​ມຸສລິ​ມນິກາຍ​ຊີ​ອິດ​ຂອງ​ອີຣັກ.

ຕາມ​ຜູ່​ເຫັນ​ກັບ​ຕາ​ກ່າວ​ວ່າ,​ວັນ​ທີ12​ສິງຫາ,ກອງ​ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ຖິ້ມລະ​ເບີດ​ຢ່າງ​ຮຸນ​ແຮງ​ໃສ່ເຂດ​ມໍ່​ປ່າ​ຊ້າ​​ສັກ​ສິດ​ເຊິ່ງ​ເປັນ​ບ່ອນ​ລີ້​ຕົວ​ຂອງ​ຜູ່​ສະໜັບສະໜູນ​ທ່ານ​ຊາດ໌ຜູ່​ນຳ​ນິກາຍ​ຊີ​ອິດ​ຕ້ານ​ອາ​ເມ​ລິ​ກາ.ກອງ​ທະຫານ​ອາ​ເມ​ລິ​ກາ​ຍັງ​ໄດ້​ອັດ​ຕັນ​​ເສັ້ນທາງ​​ໃນ​ເມືອງ​ນາ​ຈາ​ຟທັງ​ໝົດ​ທີ່​ໄປ​ຫາປ່າຊ້າ​ສັກສິດ​ແລະສຸ​​ເຫຼົ່າ​ອາລີບ່ອນ​ສັກກາລະ​ບູຊາ​ຂອງ​ນິກາຍ​ຊີ​ອິດ.ຜູ່​ສະໜັບສະໜູນ​ທ່ານ​ຊາດ໌ກໍ​ໄດ້​ຕ່າວ​ໂຈມ​ຕີ​ຄືນ,ຫຼອນ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ.ມີ​ຂ່າວ​ແຈ້ງວ່າ,​ໄດ້​ມີ​ໄທ​ເມືອງ​ນາ​ຈາ​ຟຫຼາຍ​ພັນ​ຄົນພັດ​ພາກຈາກ​ເມືອງ​ດ່ັງກ່າວ.