ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 15:37:47    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກສືບ​ຕໍ່​ສູ້​ລົບ​ກັບ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີຣັກຢ່າງ​ດຸ​ເດືອດ(ພາບ)

cri

ຕາມCRI: ວັນ​ທີ 12 ສິງຫາ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ດຳ​ເນີນ​ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ຕໍ່​ກອງ​ປະກອບ​ອາວຸດ​ຊາດ໌ທ່ີ​ເມືອງ​ນາ​ຈັຟອີຣກ.

ຕາມ​ລັດຖະບານ​ຊ່ົວຄາວ​ອີຣັກ​ເຜີຍ​ໃຫ້​ຮູ້​ວ່າ, ການ​ປະ​ທະ​ກັນ​ທ່ີ​ເກີດ​ຂຶ້ນ​ໃນ 24 ຊ່ົວ​ໂມງ​ຜ່ານມາ​ ມີ 165 ຄົນຕາຍ​ 600 ຄົນ​ບາດ​ເຈັບ. ນອກ​ນີ້ ​ໃນ​ເຫດການ​ລະ​ເບີດ​ທ່ີ​ເກີດ​ຂຶ້ນຢູ່​ເມືອງ​ບາສລາ ​ທະຫານ​ອັງກິດຕາຍ​ຜູ່​ໜ່ຶງ​ອີກ.

​ໃນ​ມື້​ດຽວ​ກັນ, ​ໃນ​ສະມາຊິກ 30 ຄົນຂອງຄະນະ​ກຳມະການ​ອົງການ​ປົກຄອງ​ແຂວງ​ນາ​ຈັຟມີ 16 ຄົນ​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ຄັດຄ້ານ​ກອງ​ທະຫານ​ອ​າເມລິກາ ບຸກ​ໂຈມ​ຕີນາ​ຈັຟ.

​ໃນ​ມື້​ດຽວ​ກັນ, ທ່ານ​ໂມ​ຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ແລະ​ທ່ານ​ເກ​ອິດ ລັດຖະມົນຕີ​ການ​ຕ່າງປະ​ເທດ​​ເອຢິບ​ຕ່າງ​ໄດ້​ອອກ​ຖະ​ແຫຼງການ, ທວງໃຫ້​ບັນດາ​ຝ່າຍ​ທ່ີ​ປະ​ທະ​ກັນ​ຢູ່​ນາ​ຈັຟຈ່ົງ​ຢຸດຕິ​ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​ໃນ​ທັນທີ, ​ເລ່ີ​ມຈັດການ​ສົນທະນາ. ມື້​ດຽວກັນ ທ່ານ​ໂມ​ຊາ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊ່ົວ​ຄາວອີຣັກຈ່ົງໄຂ​ກອງ​ປະຊຸມ​ການ​ເມືອງ​​ພັນ​ຄົນ​ໂດຍ​ໄວ, ​ເພ່ືອ​ລະ​ງັບ​ສະຖານະ​ການ​ອັນ​ເຄ່ັງ​ຕຶງ​ໃນ​ສະ​ເພາະ​ໜ້າ.