ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 16:30:13    
ທະຫານ​ອິສລະ​ແອນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທາງການ​ທະຫານ​ຢູ່​ເຂດ​ປາ​ເລັດສຕີນ​ປົກຄອງ​ຕົນ​ເອງ​ທ່ີ​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ

cri
ຕາມ​ຂ່າວ CRI:ວັນ​ທີ 12 ສິງຫາ ທະຫານ​ອິສລະ​ແອນ​ໄດ້​ເພີ່ມ​ທະວີ​ການ​ກວດກາ​ຢູ່​ຕາມ​ບັນດາດ່ານ​ເຂດ​ປາ​ເລັດສຕີນ​ປົກຄອງ​ຕົນ​ເອງ​ທ່ີ​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ,​ແລະ​ໄດ້​ດຳ​ເນີນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​​ເຈ​ນິງ ​ແລະ​ເຂດ​ອື່ນໆ.

ມື້​ດຽວ​ກັນ ທ່ານ​ເອ​ເລ​ຄັດ ຜູ່​ແທນ​ເຈລະຈາ​ຜູ່​ທີ​ຫນຶ່ງຂອງ​ປາ​ເລັສດຕີນ​ກ່າວ​ເຕືອນໃຫ້​ທະຫານ​ອິສລະ​ແອນ​ຢ່າ​ສູ່​ໃຊ້​ການ​ເຄື່ອນ​ໄຫວ​ຕໍ່​ທ່ານ​ອາລາ​ຟັດ ປະ ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດສຕີນ.ທ່ານ​ເວົ້າວ່າ,ທະຫານ​ອິສລະ​ແອນ​ເພີ່ມ​ກຳລັງ​ທະຫານ​ຢູ່​ເມືອງ​ລາມາ​ລາເປັນ​ການ​ຂົ່ມ​ຂູ່​ທ່ານ​ອາລາ​ຟັດທ່ີ​ຖືກ​ກັກ​ຕົວ​ຢູ່​ຫັ້ນ.ມື້​ດຽວ​ກັນ, ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດ ຖະບານ​ປາ​ເລັດສຕີນ​ປົກຄອງ​ຕົນ​ເອງ​ໄດ້​ຕິຕຽນ​ເຫດການ​ລະ​ເບີດ​ສະ​ຫລະ​ຊີບ​ທ່ີ​ເກີດ​ຂຶ້ນ​ໃນ​ວັນ​ທີ 11. ທ່ານ​ເວົ້າວ່າ, ​ໃນຍາມ​ສະ​ດຸ້ງ​ໄວ​ນີ້​ເກີ​ດ​ເຫດການ​ແບບ​ສະ​ຫລະ​ຊີບມີ​ແຕ່​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ປາ​ເລັດສຕີນ.