ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-14 17:58:58    
ທ່ານ​ຊາດ໌ທວງ​ໃຫ້​ລັດຖະບານ​ຊ່ົວຄາວ​ອີຣັກລາ​ອອກ​ຈາກ​ຕຳ​ແໜ່​ງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ສິງຫາ​ນີ້ ທ່ານ​ຊາດ໌ ຜູ່​ນຳ​ຝ່າຍ​ຕ້ານ​ອາ​ເມ​ລິ​ກາຂອງ​ນິກາຍ​ຊີ​ອິດ​ອີຣັກ ໄດ້​ທວງ​ໃຫ້​ລັດຖະບານ​ຊ່ົວຄາວ​ອີຣັກທ່ີ "ຜະ​ເດັດ​ການ" ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ແລະ​ກ່າວ​ວ່າ​ທ່ານ​ຈະ​ສູ້​ລົບ​ຢູ່​​ເມືອງ​ສັກສິດ​ນາ​ຈັຟຕໍ່​ໄປ.

​ໂຄສົກ​ຜູ່​ໜ່ຶງ​ຂອງ​ທ່ານ​ຊາດ໌ກ່າວ​ວ່າ, ທ່ານ​ຊາດ໌​​ໄດ້​ສະ​ເໜີ​ຄຳ​ຮຽກຮ້ອງດ່ັງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ່​ສະໜັບສະໜູນ​ທ່ານ​ຢູ່​ສຸ​ເຫຼ່ົາ​ອາລີ ບ່ອນ​ສັກສິດ​ຢູ່​ກາງ​ເມືອງ​ນາ​ຈັຟ​ໃນ​ມື້​ດຽວ​ກັນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ​ໃນ​ມື້​ດຽວ​ກັນ ທ່ານ​ຊາດ໌​ໄດ້​ສະ​ເໜີ​ເງ່ືອນ​ໄຂ 10 ຂ້ໍ​​ໃນ​ການຢຸດ​ຍິງ​ກັບ​ກອງ​ທະຫານ​ປະສົມ. ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​​ເຊົາ​​ບຸກ​ໂຈມ​ຕີ​ເມືອງ​ນາ​ຈັຟຊ່ົວຄາວ​ແລ້ວ, ​ແລະ​​ໄດ້ຖອນ​ອອກ​ຈາກ​ບາງ​ເຂດຂອງ​ນາ​ຈັຟ, ​ເພ່ືອ​ໃຫ້​ເຈົ້າໜ້າ​ອີຣັກຟື້ນ​ຟູ​ການ​ເຈລະຈາກັບ​ກອງ​ປະກອບ​ອາວຸດຊາດ໌​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ.