ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-14 20:26:05    
ກອງ​ທະຫານ​ອາ​ເມ​ລິ​ກາປະຈຳ​ອີຣັກຖິ້ມ​ລະ​ເບີດ​ໃສ່​ເມືອງ​ຊາ​ມາລາ

cri

ຕາມຂ່າວCRI: ວັນ​ທີ 14 ສິງຫາ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ​ວັນ​ທີ 14 ສິງຫາ ຍົນ​ລົບ​ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ຊາ​ມາລາ ​ເມືອງ​ມຸສລິ​ມນິກາຍ​ຊຸນ​ນິດ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງອີຣັກ, ພາ​ໃຫ້​ຜູ່ປະກອບ​ອາວຸດ​ອີຣັກ​ປະມານ 50 ຄົນເສຍ​ຊີວິດ.

ກອງ​ທະຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ໃນ​ການ​ເຄ່ືອນ​ໄຫວ​ເທ່ືອ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລູກລະ​ເບີດຂະໜາດ 500 ປອນຫຼາຍລູກ​ລົງໃສ່ຫຼາຍ​ແຫ່ງ.

​ໂຮງ​ໝໍ​​ແຫ່ງ​ນັ້ນ​ກ່າວ​ວ່າ, ການ​ຖິ້ມ​ລະ​ເບີດ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​​ເຮັດ​ໃຫ້​ 9 ຄົນ​ເສຍ​ຊີວິດ, 40 ກວ່າ​ຄົນ​ບາດ​ເຈັບ.

​ໃນ​ມື້​ດຽວ​ກັນ ກອງ​ທະຫານ​ອາ​ເມ​ລິ​ກາ​ຍັງ​ໄດ້​ອອກ​ຖະ​ແຫຼງການ​​ວ່າ, ມີທະຫານ​ອາ​ເມ​ລິ​ກາ​ອີກ 2 ຄົນ​ຖືກ​ຍິງ​ຕາຍ​ໃນ​ການ​ເຄ່ືອນ​ໄຫວ​ຢູ່​ແຂວງ​ອາ​ນບາ ທາງ​ພາກ​ຕາ​ເວັນ​ຕົກ​ອີຣັກ.