ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-15 16:40:49    
ບຸກຄົນ​ທ່ີ​ມີ​ຊ່ື​ສຽງ​ຂອງ​ປາ​ເລັສຕິນຮ່ວມ​ກັນ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ປະຕິຮູບ​ພາຍ​ໃນ ​ເອຢິບ​ຊຸກ​ຍູ້​ໃຫ້​ບັນດາ​ຝ່າຍ​ປາ​ເລັສຕິນຮັກສາ​ຄວາມ​​ເປັນ​ເອກະ​ພາບ​​ແລະປອດ​ໄພ ​ແລະໄດ້​ມີ​ການ​ຄື​ບໜ້າ

cri

ຕາມ​ຂ່າວCRI: ວັນ​ທີ 14 ສິງຫາ​ນີ້ ບຸກຄົນ​ທ່ີ​ມີ​ຊ່ື​ສຽງ 100 ກວ່າ​ຄົນ​ຂອງ​ປາ​ເລັສຕິນ​ໄດ້​ຮ່ວມ​ກັນ​ປະກາດສານຮຽກຮ້ອງ, ​ໃຫ້​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນດຳ​ເນີນ​ການ​ປະຕິ​ຮູບ, ​ເຮັດ​ໃຫ້​ສະພາບ​ການ​ວຸ້ນວາຍ​ໃນ​ສະ​ເພາະ​ໜ້າ​ສິ້ນ​ສຸດ​ລົງ​ແລະ​ກຳຈັດ​ການ​ຊຸດ​ໂຊມ​ເປ່ຶ​ອຍ​ເຍ່ືອຍ​ຢ່າງ​ບັງ​ເກີດ​ຜົນ.

ບຸກຄົນ​ທ່ີ​ມີ​ຊ່ື​ສຽງ​ຂອງ​ປາ​ເລັສຕິນ 129 ຄົນ​ເຊ່ິງລວມທັງ​ລັດຖະມົນຕີ​ລັດຖະບານ​ແລະ​ກຳມະການ​ນິຕິບັນຍັດ​ເປັນຕົ້ນ​ໄດ້​ລົງ​ນາມ​ໃນ​ສານ​ຮຽກຮ້ອງ. ສານ​ຮຽກຮ້ອງ​ຍັງ​ຮຽກຮ້ອງ​​ໃຫ້​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໃຫ້ຄະນະ​ລັດຖະບານມີອຳນາດຫຼາຍກວ່າ​ເກົ່າ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 14 ສິງຫາ​ນີ້ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສ່ືມວນ​ຊົນ​ປາ​ເລັສຕິນ, ທ່ານ​ນາ​ບິນ ຊາ​ອັດ ລັດຖະມົນຕີ​ການ​ຕ່າງປະ​ເທດຂອງລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງກ່າວ​ວ່າ, ລັດຖະບານ​ເອຢິບ​ກັບ​ບັນດາ​ຝ່າຍ​ປາ​ເລັສຕິນ ​ໂດຍ​ສະ​ເພາະ​ແມ່ນ​ສອງ​ພັກ​ຝ່າຍ​ໃຫຍ່​ຄື ຂະ​ບວນການ​ຕໍ່ຕ້ານຂອງອິສລາມ​ປາ​ເລັສຕິນຄືອົງການ​ຮາ​ມາສ ​ແລະ​ອົງການອິສລາ​ມິກ ​ຈີ​ຮາດ ​ໄດ້​ກ້າວເຖິງ​ຂັ້ນເຫັນ​ອົກ​ເຫັນ​ໃຈ​ກັນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ແລະ​ເອກະ​ພາບ​ຂອງ​​ຊາດ​ປາ​ເລັສຕິນພາຍຫຼັງອິສລາ​ແອນ​ຖອນ​ອອກ​ຈາກ​​ແຖບກາຊາ​ແລ້ວ.