ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-15 17:14:24    
ກອງ​ປະຊຸມ​ການ​ເມືອງ​ແຫ່ງຊາດ​ອີຣັກຈັດ​ຂຶ້ນ​ມື້​ນີ້ ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ຊົ່ວຄາວ​ກັບ​ຜູ່​ຕາງຫນ້າ​ຂອງ​ທ່ານ​ຊາດ໌ຫລົ້ມ​​ເຫ​ລວ

cri
ຕາມ​ຂ່າວ CRI: ວັນ​ທີ 14 ສິງຫາ ຄະນະ​ກຳການ​ກະກຽມ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ພັນ​ຄົນ​ອີຣັກ​ເວົ້າວ່າ, ​ເຖິງວ່າ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ທ່ີ​ເກີດ​ຂຶ້ນ​ຢູ່​ບາງ​​ເຂດ​ຂອງ​ນິກາຍ​ຊີອິດ​​ອີຣັກຍັງ​ບໍ່​ທັນ​ສະຫງົບລົງ​ເທື່ອ,​ແຕ່​ກອງ​ປະຊຸມການ​ເມືອງ​ແຫ່ງ​ຊາດ​ພັນ​ຄົນ​ອີຣັກກໍ່ຍັງ​ຕົກລົງ​ໄຂຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 15 ​ເວລາ 11 ​ໂມງ ​ເວລາ​ທ້ອງ​ຖີ່​ນ.

ທ່ານ​ມາ​ຊຸມ ປະທານ​ຄະນະ​ກຳມະການກຽມຈັດ​ກອງ​ປະຊຸມກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ໂອກາດ​ດີ​ສຳລັບ່ີ​ຫາລື​ບັນຫາ​ທ່ີ​ອີຣັກປະ​ເຊີນ​ໃນ​ສະ​ເພາະ​ຫນ້າ​ແລະ​ຊອກ​ຫາ​ວິທີ​​ແກ້​ໄຂ.

ທ່ານ​ມາ​ຊຸມ​ໄດ້​ເຊີນ​ທ່ານ​ຊາດ໌ ຜູ່​ນຳ​ຝ່າຍ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ມຸສ ລິມນິກາຍ​ຊີ​ອິດ​ອີຣັກ​ເຂົ້າຮ່ວມ​ກອງ​ປະຊຸມ,​ແຕ່​ທ່ານ​ຊາດ໌​ໄດ້​ປະຕິ​ເສດ​ການ​ເຊື້ອ​ເຊີນ​ດ່ັງກ່າວ.ມື້​ດຽວ​ກັນ ຢູ່​ເມືອງ​ນາ​ຈັຟ ​ເມືອງ​ສັກສິດ​ຂອງ​ນິກາຍ​ຊີ​ອິດ​ອີຣັກ, ທ່ານ​ລູບາ​ອີ ທ່ີ​ປຶກສາ​ຄວາມ​​ປອດ​ໄພ​ແຫ່ງ​ຊາດ​ອີ​ລັກ​ເວົ້າວ່າ, ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ຊົ່ວຄາວ​ກັບ​ຜູ່​ຕາງຫນ້າ​ຂອງ​ທ່ານ​ຊາດ໌​ໄດ້ຫລົ້ມ​ເຫ​ລວ​ໃນ​ມື້​ດຽວ​ກັນ.ທ່ານ​ເວົ້າວ່າ, ​ເພື່ອ​ປົກ​ປັກ​ຮັກສາ​ກົດຫມາຍ​ແລະ​ຄວາມ​​ເປັນລະບຽບຮຽບຮ້ອຍ,ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກຈະ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເມືອງ​ນາ​ຈັຟ.