ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-15 20:47:44    
ກອງ​ປະຊຸມ​ການ​ເມືອງ​​ແຫ່ງ​ຊາດ​ພັນ​ຄົນຂອງ​ອີຣັກ​ຈັດ​ຂຶ້ນຢູ່​ແບກ​ແດດ,ສະຖານະ​ການຄວາມ​ປອດ​ໄພ​ຂອງ​ອີຣັກຍັງ​ຂ້ຽວຂາດ​ຢູ່

cri

ຕາມ​ຂ່າວcri,ວັນ​ທີ15​ສິງຫາ, ,ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ພັນ​ຄົນ​ຂອງ​ອີ​ຣັກ​ໄດ້​ຈັດ​ຂຶ້ນຢູ່​ແບກ​ແດດ,ຜູ່​ແທນ​ປະມານ1300​ຄົນ​ທີ່​ມາ​ຈາກ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ອີຣັກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.

ທ່ານຢາ​ວາປະທານາ​ທິດໍ​ດີ​ລັດຖະບານ​ຊົ່ວ​ຄາວ​ຂອງ​ອີຣັກ​ໄດ້​ກ່າວ​ສູນ​ທອນ​ພົດ​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານຄາ​ຊີຜູ່​ຕາງໜ້າພິ​ເສດ​ກ່ຽວ​ກັບ​ບັນຫາ​ອີຣັກຂອງ​ສະຫະ​ປະຊາ​ຊາດ​ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.

ຜູ່​ແທນ​ເພດ​ທີ່​ຮ່ວມ​ປະຊຸມ​ເທື່ອ​ນີ້​ກວມ25%.ຝ່າຍ​​ຊາດ໌ຜູ່​ນຳ​ມຸສລິ​ມນິກາຍ​ຊີ​ອິດທີ່ຕ້ານ​ອາ​ເມ​ລິ​ກາ​ແລະຝ່າຍ​ສະພາຜູ່​ອາວຸ​ໂສມຸສລິ​ມນິກາຍ​ຊຸນ​ນີ​ໄດ້​ປະຕິ​ເສດ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ໃນກອງ​ປະ​ຊຸມ​3ມື້​ດັ່ງກ່າວຈະ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ອີຣັກທີ່​ປະກອບ​ດ້ວຍ100​ຄົນ.ຮັບຜິດ​ຊອບ​ຕິດຕາມ​ກວດກາ​ວຽກ​ງານ​ຂອງ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີ2005.

ວັນ​ທີ15​ສິງຫາ,ກະຊວງ​ພາຍ​​ໃນ​ຂອງ​ອີຣັກປະກາດ​ວ່າ,​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ດ້ວຍຄວາມ​ປອດ​ໄພ​ທາງ​ຮ່າງກາຍຂອງ​ຜູ່​ຮ່ວມ​ປະຊຸມ,​ໃນ​ໄລຍະ​ປະ​ຊຸມ,​ເຂດສ່ວນ​ໜຶ່ງ​​​ໃຈກາງ​ເມືອງ​ຈະ​​ຫ້າມ​ສັນຈອນ​ມື້​ລະ8​ຊົ່ວ​ໂມງ​ທຸກ​ມື້.​

ເຖິງ​ວ່າ​ໄດ້​ປ້ອງ​ກັນ​ຢ່າງ​ເຄັ່ງ​ຄັດ,​ແຕ່​​ວັນ​ທີ15​ສິງຫາ,​ຢູ່​ມໍ່​​ສະຖານ​ທີ່​ປະຊຸມ​ຍັງ​ຖືກ​ຫຼອນ​ໂຈມ​ຕີດ້ວຍ​ປືນ​ຄົກ.ຢ່າງ​ໜ້ອຍ​ມີ1​ຄົນ​​ເສຍ​ຊີວິດ,5ຄົນ​ບາດ​ເຈັບ.ນອກ​ນີ້,​ການ​ປະ​ທະ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢູ່ເຂດ​ສ່ວນ​ໜຶ່ງ​ຂອງ​ອີຣັກກໍ​ຍັງ​ບໍ່​ທັນ​ຖືກລະ​ງັບ​ລົງເທື່ອ.ວັນ​ທີ15​ສິງຫາ,ກອງ​ທະ​ຫານ​ໂຮ​ນລັງ​ແລະ​ກອງ​ທະຫານ​ອຸຍ​ແກຼນປະຈຳ​ອີຣັກຕ່າງ​ຖືກ​ຫຼອນ​ໂຈມ​ຕີ,ຕ່າງ​ມີ​ທະ​ຫານ​ຜູ່​ໜຶ່ງ​ເສຍ​ຊີວິດ.​ໃນ​ມື​້ດຽວ​ກັນ,ກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ປິດ​ລ້ອມ​ເມືອງ​ນາ​ຈາ​ຟ ​ເມືອງ​ສັກກາລະ​ບູຊາ​ນິກາຍ​ຊີ​ອິດຢູ່ພາກ​ໃຕ້​ອີຣັກ​ຄືນ​ໃໝ່​.​ແລະ​ໄດ້​ຫຼອນ​ໂຈມ​ຕີ​ເມືອງ​ຟາ​ລູຈາ​ອີກ​ເທື່ອ​ໜຶ່ງ,​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ເປັນ​ຈຳນວນ​ຫຼວງ​ຫຼາຍ.