ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-21 18:01:19    
ທ່ານ​ຊາດ໌ມອບ​ສິດ​ຄວບ​ຄຸມ​ສຸ​ເຫ່ົຼາອິສລາມອາລີ

cri
ຕາມcri: ວັນ​ທີ 20 ສິງຫາ,​ໂຄສົກ​ຂອງ​ທ່ານ​ຊິ​ສທານີ ຜູ່​ນຳ​ສາສະໜາ​ນິກາຍ​ຊີ​ອິດ​ຂອງ​ອີຣັກ​ເວົ້າວ່າ,ມື້​ດຽວ​ກັນ,ຜູ່​ປະກອບ​ອາວຸດ​ທ່ີ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ຊາດ໌ ຜູ່​ນຳ​ຝ່າຍ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ນິກາຍ​ຊີ​ອິດ​ໄດ້​ມອບ​ກະ​ແຈ​ສຸ​ເຫ່ົຼາອິສລາມອາລີ​ຢູ່ເມືອງ​ນາ​ຈັ​ຟ ​ເມືອງ​ສັກກາລະ​ບູຊາ​ໃຫ້​ຜູ່​ຕາງໜ້າ​ທ່ານ​ຊິ​ສທານີ​ແລ້ວ,​ແຕ່​ຜູ່​ປະກອບ​ອາວຸດ​ຂອງ​ທ່ານ​ຊາດ໌ຍັງ​ຈະ​ຢູ່​ໃນ​ສຸ​ເຫ່ົຼາຕໍ່​ໄປ​ໃນ​ຖານ​ເປັນ​ຜູ່​ນະມັດສະການ.

​ແຕ່​ໃນມື້​ດຽວ​ກັນ,ຜູ່​ຊ່ອຍ​ຂອງ​ທ່ານ​ຊາດ໌ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ຕຳຫລວດ​ອີຣັກລ້ວນ​ແຕ່​ປະຕິ​ເສດ​ວ່າ ກອງ​ຕຳຫລວດ​ອີຣັກ​ໄດ້​ຄວບ​ຄຸມ​ສຸ​ເຫົ່ຼາອາລີ​ແລະ​ຈັບ​ຕົວ​ຜູ່​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຫລາຍ​ຮ້ອຍ​ຄົນ.

ວັນ​ທີ 19 ສິງຫາ,ລັດຖະບາ​ນາ​ຊົ່ວຄາວ​​ອີຣັກ​ໄດ້​ປະກາດ​ຄຳ​ຂາດສຸດ​ທາຍ​ຕໍ່​ກອງ​ປະກອບ​ອາວຸດ​ທ່ານ​ຊາດ໌ທ່ີ​ຍຶດ​ເອົ​າສຸ​ເຫົ່ຼາອາລີ,ທວງ​ໃຫ້​ພວກ​ເຂົາ​ເຈົ້າວາງ​ອາວຸດ​ໃນ​ທັນທີ,​ແລະ​ຖອນ​ອອກ​ຈາກ​ນາ​ຈັຟ.