ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-22 21:01:14    
ທະ​ຫານ​ອາ​ເມ​ລິ​ກາ​ເປີດ​ການ​ບຸກ​ໂຈມ​ຕີ​ຮອບ​ໃໝ່​ຕໍ່​ກອງ​ປະ​ກອບ​ອາ​ວຸດ​ຊາດ໌

cri
CRIລາຍ​ງານ​ວ່າ:ຕອນ​ຂ້ອນ​ແຈ້ງ​ວັນ​ທີ22​ສິງຫາ,ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເປີດ ການ​ບຸກ​ໂຈມ​ຕີ​ຮອບ​ໃໝ່​ຕໍ່​​ກອງ​ປະກອບ​ອາວຸດ​ຊາດ໌,​ແລ້ວ​ໄດ້​ທັບ​ມ້າງ​ຄວາມ​ມິດ​ງຽບ​ໂດຍ​ທຽບ​ຖານ​ຢູ່​ນາ​ຈາ​ຟ​ທີ່ປະກົດ​ຕົວ​ໃນ​ໄລຍະ​ໂອນ​ມອບ​ສິ​ດຄວບ​ຄຸມ​ວັດ​ອິສລາມ​ອາລີໃນ​ສອງ​ມື້​ມາ​ນີ້.

ກ່ອນ​​ນີ້,ຄືວັນ​ທີ21​ສິງຫາ,ທ່ານ​ໄຊ  ບານີ ​ໂຄສົກ​ຂອງທ່ານ​ຊາດກ່າວ​ວ່າ,ພວກ​ເຂົາ​ເຈົ້າຍັງ​ຄົງຄຸ້ມ​ຄອງ​ວັດ​ອິສລາມ​ອາລີໃນ​ເມືອງ​ນາ​ຈາ​ຟຢູ່,​ພວມ​ຫາລື​ບັນຫາ​ປີກ​ຍ່ອຍ​ທີ່​ກ່ຽວ​ກັບ​ການ​ໂອນ​ມອບ​ສິດ​ຄວບ​ຄຸມ.

​​ໃນຂະນະ​ດຽວ​ກັນ​ນີ້,​​ຢູ່​ແຫ່ງ​ຕ່າງໆ​ຂອງອີຣັກກໍ່​ໄດ​້​ເກີດ​ເຫດ​ການຫຼອນ​ໂຈມ​ຕີຫຼາຍ​ເທ່ືອ, ຢ່າງ​ໜ້ອຍ​ມີ7​ຄົນຕາຍ.

ວັນ​ທີ22​ສິງຫາ,ຢູ່​ບ່ອນມໍ່ເມືອງ​ບາ​ຄູບາ ພາກ​ກາງ​ອີຣັກ​ເກີດ​ເຫດການ​ລົດຍົນ​ລະ​ເບີດ​ລາຍ​ໜ່ຶງ​ທີ່​ແນ​ໃສ່​ທ່ານ​ກາ​ຊານ ອານ ຮາດ​ລານ ຮອງ​ເຈົ້າ​ແຂວງ​ດີ​ຢາ​ລາ,ພາ​ໃຫ້​ຜູ່​​ປ້ອງກັນ​ທ່ານກາ​ຊານ ​ອານ ຮາດ​ລານ​ສອງ​ຄົນ​ຕາຍ,​ແຕ່​ທ່ານກາ​ຊານ ​ອານ ຮາດ​ລານ​ພຽງ​ແຕ່​ບາດ​ເຈັບ​ເບົາ.