ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-23 11:56:24    
ນັກ​ຂ່າວ​ອາ​ເມ​ລິ​ກາ​ທ່ີ​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກຖືກ​ປ່ອຍ​ຕົວ

cri

ຕາມ​ຂ່າວCRI: ວັນ​ທີ 22 ສິງຫາ​ນີ້ ​ໂທລະພາບ​ອານ ຈາ​ຊີ​ລາ​ແຫ່ງ​ກາ​ຕາລາ​ຍງານ​ວ່າ, ທ່ານ​ມິຄາ ກາ​ເລນ ນັກ​ຂ່າວອາ​ເມ​ລິ​ກາ​ທ່ີ​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ​ໃນ​ຫວ່າງ​ມໍ່ໆ​ນີ້​ນັ້ນ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ. ​ແຕ່​ການ​ລາຍ​ງານ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​ຂ້ໍ​ປີກ​ຍ່ອຍ​ອີກ.

ທ່ານ​ກາ​ເລນ​ແມ່ນ​ຖືກ​ລັກ​ພາ​ຕົວ​ຢູ່​ເມືອງ​ນາ​ຊີ​ລີ​ຢາ ທາງ​ພາກ​ໃຕ້​ອີຣັກ​ໃນ​ອາທິດ​ແລ້ວ​ນີ້. ວັນ​ທີ 20 ສິງຫາ​ນີ້ ທ່ານ​ຊາດ໌ ຜູ່​ນຳ​ນິກາຍ​ຊີ​ອິດ​ອີຣັກ​ ຝ່າຍ​ຕ້ານ​ອາ​ເມ​ລິ​ກາ​ເຄີຍ​ຮຽກຮ້ອງ​ໃຫ້​ອົງການ​ປະກອບ​ອາວຸດ​ທ່ີ​ລັກ​ພາ​ຕົວ​ທ່ານ​ກາ​ເລນ​ປ່ອຍ​ທ່ານ​ກາ​ເລນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ​ແຕ່​ວັນ​ທີ 19 ສິງຫາ​ເປັນຕົ້ນມາ, ມີ​ນັກ​ຂ່າວ​ຕ່າງປະ​ເທດອີກ 3 ຄົນ​ຫາຍ​ສາບ​ສູນ, ພວກ​​ເຂົາ​ເຈົ້າ​ແມ່ນ ທ່ານ​ມານ​ບຼູນົດ ນັກ​ຂ່າວ​ໜັງສືພິມ​ເລີ​ຟີ​ກາ​ໂລ​ແຫ່ງ​ຝຣ່ັງ, ທ່ານ​ເຊ​ນົດ ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ຝຣ່ັງ, ທ່ານ​ບານ​ໂດ​ນີ ນັກ​ຂຽນ​ອິດສະຫຼະຂອງ​ອີ​ຕາ​ລີ.