ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-23 14:00:54    
ທ່ານ​ຄູ​ໄລ​ກ່າວ​ປະນາມ​ອາ​ເມ​ລິ​ກາ​ທຳລາຍ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງ

cri

​ຕາມ​CRI ,ວັນ​ທີ 22 ສິງຫາ,ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະບານ​​ປາ​ເລັສຕີນ​​ປົກຄອງ​ຕົນ​ເອງໄດ້​ໃຫ້​ສຳພາດ,ກ່າວ​ປະນາມ​ອາ​ເມ​ລິ​ກາ​ທຳລາຍ​ຂະ​ບວນວິວັດສັນຕິພາບຕາ​ເວັນ​ອອກ​ກາງ


ທ່ານ​ຄູ​ໄລ​ແມ່ນ​​​ໃຫ້​ສຳພາດໂດຍ​ແນ​ໃສ່​ຂ່າວ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ອະນຸຍາດໂດຍ​ປະລິ​ຍາຍ​​ໃຫ້​ອິດສະລະ​ແອນ​ຂະຫຍາຍສ້າງ​​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​.ທ່ານ​ກ່າວ​ວ່າ,ທ່ານ​ບໍ່​ເຊ່ືອວ່າ ​ອາ​ເມ​ລິ​ກາ​ເຫັນ​ດີອິດ​ສະລະ​ແອນ​ຂະຫຍາຍສ້າງຈຸດຕັ້ງ​ຖ່ິນ​ຖານ,ທ່ານ​ຍັງ​ກ່າວ​ວ່າ,ປາ​ເລັສຕີນ​ພວມ​ຄອຍຖ້າ​ອາ​ເມ​ລິ​ກາສະ​ແດງທ່າ​ທີ​​ໃນ​ຂັ້ນສຸດ​ທ້າຍກ່ຽວ​ກັບ​ບັນຫາອິດ​ສະລະ​ແອນ​ຂະຫຍາຍສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​,ທ່ານຊາອິບ ​ເອ​ລີ​ຄາ​​ເທີ  ຫົວຫນ້າ​ຜູ່​ແທນການ​ເຈລະຈາ​ຂອງ​ປ​າ​ເລັສຕີນ​ກ່າວ​ວ່າ,ອາ​ເມ​ລິ​ກາ​ອະນຸຍາດ​ໂດ​ຍປະລິຍາຍ​​ໃຫ້ອິດ​ສະລະ​ແອນ​ຂະຫຍາຍສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວ​ນັ້ນ​ຈະ​ທຳລາຍ​ຂະ​ບວນວິວັດ​ສະຕິ​ພາບ​ຕາ​ເວັນ​ອອກ​ກາງ